ເພີ່ມທະວີການຮ່ວມມືລະຫວ່າງກຳລັງຕຳຫຼວດຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືລະຫວ່າງກຳລັງຕຳຫຼວດຫວຽດນາມ ແລະ ລາວ - ảnh 1
ພົນ​ຕີ ສົມ​ແກ​້ວ ສີ​ລາ​ວົງ, ເລ​ຂາ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ​ລາວ ແລະ ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ​້າຍກວາງ 

(vovworld) - ​ວັນ​ທີ 16/3, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ​້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ ພົນ​ຕີ ສົມ​ແກ​້ວ ສີ​ລາ​ວົງ, ເລ​ຂາ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ​ລາວ, ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທ​າງ​ການ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ​ປາດ​ຖະ​ໜາ​ຢາ​ກ​ໃຫ້ ກຳ​ລັງ​ຕຳຫຼ​ວດ 2 ປະ​ເທດ​ສ​ືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ແທດ​ຈິງ​ກ່​ວາ​ອີກ​ເພື່ອ​ແນ​ໃສ່​​ຮັກ​ສາ​ຄວາມ​ໝັ້​ນ​ຄົງ​​ແຫ່ງ​ຊາດຢ່າງ​ໜັກ​ແໜ້ນ, ​ຮັກ​ສາຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອ​ດ​ໄພ​ທາງ​ສັງ​ຄົມ​ຂອງ ຫວຽດ​ນາມ ແລະ ລາວ​ໃນ​ທຸກ​ສະ​ພາບ​ການ. ພິ​ເສດ, ປີ 2017, ໄດ້​ດຳ​ເນີນຫຼາຍ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ​ເຊິ່ງ​ຈະ​ຈັດ​ຕັ້ງ​ຢູ່​ແຕ່​ລະ​ປະ​ເທດ​ຄື: ​ສະ​ເຫຼີ​ມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ (5/9/1962 – 5/9/2017), 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ (18/7/1977 – 18/7/2017)… ດັ່ງ​ນັ້ນ, ກຳ​ລັງ​ຕຳຫຼວດ​ຕ້ອງ​ເພີ່ມ​ທະ​ວີ​​ການສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປ​ອດ​ໄພ​ຢ່າງ​ສູ​ງ​ສຸດ​ໃຫ້​ບັນ​ດາ​ເຫດ​ການ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ມີ​ການ​ຜັນ​ແປ​ ຢ່າງ​​ໄວ​ວາ, ພັກ, ລັດ ແລະ ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ຕ້ອງ​ກຳ​ນົດ​ຄວ​າມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ລາວ ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ທັງ 2 ພັກ, 2 ລັດ​ປະ​ຕິ​ບັດ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປ​ງ​ໃໝ່ຢ່າງ​ມີ​ໄຊ, ເພື່ອ​​ໃຫ້ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ ແລະ ລາວ ມີຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ, ມີ​ຄວາມຜາ​ສຸກ​​. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ກະ​ຊວງ​ປ້ອງກ​ັນ​ຄວາມ​ສະ​ຫງົບ​ລາວ ຮັກ​ສາ​ການ​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ, ບົ​ດ​ຮຽນ​​ການ​ປະ​ຕິ​ບັດ​ງານ, ແກ້​ໄຂ​ບັນ​ດາ​ບັ​ນ​ຫາ​ເກີດ​ຂຶ້ນ​ກ່ຽ​ວ​ຂ​້ອງ​ເຖິງ​ຄວາມ​​ສ​ະ​ຫງົບ, ຄວາ​ມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ຢູ່​ແຕ່​ລະ​ປະ​ເທດ​​ຢ່າງ​ທັນ​ການ. ພິ​ເສດ, 2 ຝ່າຍ​ຕ້ອງ​ສົມ​ທົບ​ກັນ​ຕໍ່​ສູ​ຸ້​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອາດ​ຊະ​ຍາ​ກ​ຳ​ຄ້າ​ຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ, ອ​າດ​ຊະ​ຍາ​ກຳ​ເສດ​ຖະ​ກິດ.

ຂ່າວ/ບົດ​ອື່ນ