ເພີ່ມທະວີການຮ່ວມມືລະຫວ່າງກຳລັງປະກອບອາວຸດດັກນົງແລະແຂວງMondulkiriປະເທດກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງກຳລັງປະກອບອາວຸດດັກນົງແລະແຂວງMondulkiriປະເທດກຳປູເຈຍ - ảnh 1
ສອງຝ່າຍລົງ​ນາມ​ໃນ​ບົດ​ບັນທຶກ​ຂໍ້​ຕົກລົງ​​​ຮ່ວມ​ມື
ດ້ານການ​ທະຫານ
(ພາບ:baodaknong.org.vn)


(vovworld) – ວັນ​ທີ 6/5, ກອງ​ບັນຊາ​ການ​ທະຫານ​ແຂວງ ດັກ​ນົງ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ປະຕິບັດ​ງານອະນຸ​ເຂດການ​ທະຫານ​ແຂວງ Mondulkiri (ກອງທັບລາດ​ຊະ​ວົງກຳປູ​ເຈຍ) ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ​ກຳລັງ​ປະກອບ​ອາວຸດ 2 ​ແຂວງ. ທີ່​ການ​ເຈລະຈາ, ກຳລັງ​ປະກອບ​ອາວຸດ 2 ​ແຂວງ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຂໍ້​ຕົກລົງ​​​ຮ່ວມ​ມືດ້ານການ​ທະຫານ.​ ຕາມ​ນັ້ນ​ແລ້ວຈະມີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​​ເປັນ​ປະຈຳເມື່ອ​ມີ​ໄພ​ທຳ​ມະ​ຊາດ, ​ໂລກ​ລະບາດ,​​ໄພ​ໄໝ້​ປ່າ​…; ​ເພີ່ມ​ທະວີການລາດຕະ​ເວນ​ກວດກາ,​ ຕິດຕາມກວດກາ​ບັນດາ​ເສັ້ນ​ຊາຍ​ແດນ ​ເພື່ອຕໍ່ສູ້, ສະກັດ​ກັ້ນ​ບັນດາ​ອາດຊະຍາ​ກຳ​ຢ່າງ​ທັນ​ການ,
ພິ​ເສດ​ແມ່ນ​ບັນດາ​ກໍລະນີຂ້າມ​ຊາຍ​ແດນຢ່າງ​ຜິດ​ກົດໝາຍ… 2 ຝ່າຍ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ແລະ ຮັກສາ​​ຄວາມ​ສະຫງົບປອດ​ໄພ, ຄວາມ​ເປັນ ສະຖຽນ​ລະ​ພາບ ​ເພື່ອ​ໃຫ້​ຄະນະ​ປະຕິບັດ​ງານ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່ຂີດ​ເສັ້ນ​ຊາຍ​ແດນ ​ແລະ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ