ເພີ່ມທະວີການຮ່ວມມືລະຫວ່າງພັກ ກອມມູນິດຫວຽດນາມ-ປອກຕູການ

ເພີ່ມທະວີການຮ່ວມມືລະຫວ່າງພັກ ກອມມູນິດຫວຽດນາມ-ປອກຕູການ - ảnh 1
(ພາບປະກອບ
)

(vovworld)-​ ​​ໂດຍ​ໄດ້​ຮັບ​ກຄຳ​ເຊີ​ນຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ, ຄະນະຜູ້ ແທນ​ຂັ້ນສູງ​ພັກ​ກອມ​ມູນິດ​ປອກ​ຕູ​ການ ​ໂດຍ​ທ່ານ​ເລຂາທິການ​ໃຫ່ຍ Jeronimo Carvalho de Souna ນຳ​ໜ້າ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 1-4/3. ຕອນ​ເຊົ້າວັນ​ທີ 4/3, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ຄະນະ, ທ່ານ​ເລ​ຮົງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ຢັ້ງຢືນ​ວ່າ: ​ພັກ​ກອມ​ມູນິດ​ຫວຽ​ດນາມ ຖືການ​ພົວພັນ​ຮ່ວມ​ມືກັບ​ພັກ​ກອມ​ມູນິດ​ປະ​ເທດ​ຕ່າງໆ​ເປັນສຳຄັນ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ມິດຕະພາບ, ການ​ຮ່ວມມື​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-​ປອກ​ຕູ​ການ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ. ສ່ວນທ່ານ​ເລຂາທິການ​ໃຫ່ຍ Jeronimo Carvalho de Souna ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ອັນ​ສະໜິດສະໜົມ ​ແລະ ການ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ພັກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ