ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາແລະບົດບາດຂອງສະຫະພັນລັດຖະສະພາສາກົນພ້ອມກັນຜ່ານຜ່າສິ່ງທ້າທາຍຂອງຍຸກສະໄໝ

(VOVWORLD) -ທ່ານຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີບາງຢ່າງກ່ຽວກັບການເພີ່ມທະວີການຮ່ວມມື, ຫຼຸດຜ່ອນຄວາມສ່ຽງຈາກສິ່ງທ້າທາຍໃນຍຸກປະຈຸບັນ
ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາແລະບົດບາດຂອງສະຫະພັນລັດຖະສະພາສາກົນພ້ອມກັນຜ່ານຜ່າສິ່ງທ້າທາຍຂອງຍຸກສະໄໝ - ảnh 1 ທ່ານ ຫວູຫາຍຮ່າ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ໃນລະຫວ່າງວັນທີ 27 – 30 ພະຈິກ, ຢູ່ ແອັດສະປາຍ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດ, ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມບັນດາວາລະປະຊຸມຂອງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 143 (IPU 143) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

        ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ “ບັນດາສິ່ງທ້າທາຍໃນຍຸກປະຈຸບັນທີ່ມີຕໍ່ພື້ນຖານປະຊາທິປະໄຕ: ຜ່ານຜ່າການແບ່ງແຍກ ແລະ ສ້າງປະຊາຄົມ”, ທ່ານ ຫວູຫາຍຮ່າ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເນັ້ນໜັກວ່າ, ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຄືໃນປະຈຸບັນ, ບັນດາປະເທດຄວນປົກປ້ອງພື້ນຖານປະຊາທິປະໄຕ, ຖືປະຊາຊົນເປັນໃຈກາງຂອງທຸກລັດຖະນະໂຍບາຍ, ເຄົາລົບສິດ ແລະ ຜົນປະໂຫຍດຂອງປະຊາຊົນ ແລະ ສາມັກຄີ, ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຜົນປະໂຫຍດລວມ ແລະ ລັດຖະສະພາສວມບົດບາດສຳຄັນ, ຮັກສາສະຖຽນລະພາບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ອຳນາດການປົກຄອງ ແລະ ກົງຈັກລັດ.

        ທ່ານຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີບາງຢ່າງກ່ຽວກັບການເພີ່ມທະວີການຮ່ວມມື, ຫຼຸດຜ່ອນຄວາມສ່ຽງຈາກສິ່ງທ້າທາຍໃນຍຸກປະຈຸບັນຄື: ປັບປຸງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ເພີ່ມທະວີການຮ່ວມມືຢູ່ໃນລະດັບທົ່ວໂລກ, ພາກພື້ນ ແລະ ລະດັບຊາດ, ເຄົາລົບລັດແຫ່ງອຳນາດນິຕິບັນຍັດ, ເຄົາລົບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ; ເພີ່ມທະວີການຮ່ວມມືຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ເປິດກວ້າງຄວາມສາມາດເຂົ້າເຖິງຂອງປະຊາຊົນ, ຊຸກຍູ້ການກະທົບຕອບເຊິ່ງກັນແລະກັນ ແລະ ການເຂົ້າຮ່ວມຂອງປະຊາຊົນໃນການເຄື່ອນໄຫວຂອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ