ເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກຫວຽດນາມແລະລາວ

ເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກຫວຽດນາມແລະລາວ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ

(vovworld) – ຕອນ​ບ່າຍ​ວັນ​ທີ 9/6, ຢູ່​ຫ້ອງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ຮອງ​ປະ​ທານ​ປະ​ເທດ ສ​ປ​ປ ລາວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫ້ອງ​​ວ່າການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ວັນ​ແທ່ງ, ຮອງ​ຫົວ​ໜ້າ​ຫ້ອງ​​ວ່າການ​ສູນ​ກາງ, ນຳ​ໜ້າ, ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ. ທີ່​ການ​ຕ້ອນ​ຮັບ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ຖື​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ພັກກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຂອງ​​ພັກ, ແຕ່​ລະ​ປະ​ເທດເລື່ອງ 2 ຫ້ອງ​​ວ່າການ​ຮ່ວມ​ມື, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ເສ​ນາ​ທິ​ການ​ໃຫ້​ແກ່​ກົມ​ການ​ເມືອງ ແລະ ຄະ​ນະ​ເລ​ຂາ​ຈະ​ປະ​ກອ​ບ​ສ່ວນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ບັນ​ລຸ​ຜົນ​ສຳ​ເລັດ.

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 9/6, ຄະ​ນະ​ຜູ້​ແທນ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ໄດ້ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຫ້ອງ​​ວ່າການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໂດຍ​ທ່ານ ພັນ​ຄຳ ພົມ​ມະ​ທັ​ດ, ຫົວ​ໜ້າ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ນຳ​ໜ້າ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ແຜນ​ງານ, ແຜນ​ການ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ​ຄື: ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ການ​ຕ່າງ​ປະ​ເທດ, ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ… ສືບ​ຕໍ່​ໜູນ​ຊ່ວຍນ​ຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໃນ​ບັນ​ດາ​ອົງ​ການ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຕາມ​ແຕ່​ລະ​ໄລ​ຍະ.

                               


ຂ່າວ/ບົດ​ອື່ນ