ເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

(VOVWORLD) - ວັນທີ 12 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີການພົບປະເຈລະຈາກັບທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne ທີ່ພວມມີການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 12 – 13 ມິຖຸນາ.

ເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ - ảnh 1 ເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ (ພາບ: VGP)

ທີ່ການພົບປະເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄູ່ຮ່ວມມືເສດຖະກິດຂັ້ນລັດຖະມົນຕີຄັ້ງທຳອິດໃນປີນີ້ໂດຍໄວ. ພ້ອມກັນນັ້ນ, ກໍ່ສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ, ການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ການຫາປາຜິດກົດໝາຍ…ກໍ່ຄືໃນບັນດາຂົງເຂດການສຶກສາບຳລຸງສ້າງ, ແຮງງານ, ການປ່ຽນແປງໃໝ່ປະດິດຄິດສ້າງ, ກະສິກຳສະຫລາດ, ການເຊື່ອມຕໍ່ ແລະ ພົວພັນແລກປ່ຽນປະຊາຊົນ.

        ລັດຖະມົນຕີການຕ່າງປະເທດ 2 ທ່ານກໍ່ໄດ້ເຫັນດີເປັນເອກະສັນຕໍ່ຄວາມສຳຄັນໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ກໍ່ຄືແກ້ໄຂບັນດາການຂັດແຍ້ງກັນໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານໂດຍໄວ.

        ເນື່ອງໃນໂອກາດນີ້, ລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອົດສະຕາລີ ກ່ຽວກັບການຍົກສູງສິດອຳນາດ ແລະ ຄວາມສາມາດຂອງແມ່ຍິງ ໃນຂົງເຂດການຕ່າງປະເທດ ເພື່ອຮັບໃຊ້ການເຊື່ອມໂຍງສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກ້ວາງຂວາງໃນສັງກາດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ