ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ການາດາ

(VOVWORLD) -ຕອນບ່າຍວັນທີ 13/4, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Mélanie Joly ລັດຖະມົນຕີການຕ່າງປະເທດການາດາ ທີ່ພວມຢ້ຽມຢາມຫວຽດນາມ
ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ການາດາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະ ທ່ານນາງ Mélanie Joly ລັດຖະມົນຕີການຕ່າງປະເທດການາດາ 

     ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີໃຫ້ລັດຖະມົນຕີການຕ່າງປະເທດ ການາດາ ສືບຕໍ່ຊຸກຍູ້ການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ - ການລົງທຶນ, ການຊ່ວຍເຫຼືອພັດທະນາ, ການຕ້ານໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມທາງທະເລ. ພະລັງງານ ທົດແທນ, ເສດຖະກິດດີຈີຕອນ, ນະວັດຕະກຳ, ການກໍ່ສ້າງກະສິກຳສີຂຽວ ແລະ ຍືນຍົງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີສະເໜີການາດາສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດເພື່ອສົ່ງອອກໄປຍັງຕະຫລາດການາດາ. ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາວ່າ ການາດາ ຈະມານະພະຍາຍາມໜູນຊ່ວຍຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ການາດາ ເພື່ອພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາຂອງ ການາດາ

          ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ Mélanie Joly ຖືວ່າ: ການຢ້ຽມຢາມ ຫວຽດນາມ ຂອງຕົນ ແມ່ນສ່ວນໜຶ່ງຂອງຍຸດທະສາດ ອິນເດຍ-ປາຊີຟິກໃໝ່ຂອງການາດາ, ຕາມນັ້ນແລ້ວ, ການາດາ ປາດຖະໜາຢາກຊຸກຍູ້ການພົວພັນກັບບາງປະເທດໃນພາກພື້ນ, ໃນນັ້ນມີ ຫວຽດນາມ ແມ່ນບຸລິມະສິດແຖວໜ້າ. ທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ ຢືນຢັນຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດບັນດາຄຳໝັ້ນສັນຍາ COP-26; ຢືນຢັນວ່າ ການາດາ ປາດຖະໜາຢາກຜັນຂະຫຍາຍການພົວພັນດ້ານການຄ້າກັບ ຫວຽດນາມ, ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ, ພິເສດແມ່ນການເຊື່ອມຕໍ່ວິສາຫະກິດ, ໜູນຊ່ວຍ ຫວຽດນາມ ໃນການສົ່ງອອກຜະລິດຕະພັນກະເສດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ; ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂອບເຂດສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP).

          2 ຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບສະພາບການສາກົນ ແລະ ພາກພື້ນ ແລະ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

       ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກໍໄດ້ມີການໂອ້ລົມທາງໂທລະສັບກັບສາສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການບໍລິຫານ ເວທີປາໄສເສດຖະກິດໂລກ (WEF).

ຕອບກັບ

ຂ່າວ/ບົດ​ອື່ນ