ເພີ່ມທະວີການຮ່ວມມືຮອບດ້ານຫວຽດນາມ - ລາວ

(VOVWORLD) -ຕອນບ່າຍວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບ ທ່ານ ປະທານ ກຳມາທິການ ບັນດາເຜົ່າຂອງສະພາແຫ່ງຊາດລາວ ບົວພັນ ລິີໄກຢາ ເຊິ່ງກຳລັງເຮັດວຽກຢູ່ຫວຽດນາມ (ໃນລະຫວ່າງ ວັນທີ  5 – 11 ມີນາ 2018).
ເພີ່ມທະວີການຮ່ວມມືຮອບດ້ານຫວຽດນາມ - ລາວ - ảnh 1 ທ່ານນາງ ຕອງທິຟ໋ອງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ ບົວພັນ ລິີໄກຢາ (ພາບ: TTXVN)

ຕີລາຄາສູງໝາກຜົນຂອງການພົບປະເຈລະຈາ ລະຫວ່າງ ກຳມາທິການບັນດາເຜົ່າ ຂອງສະພາແຫ່ງຊາດລາວ ແລະ ສະພາຊົນເຜົ່າຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ສະເໜີໃຫ້ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການພົບປະແລກປ່ຽນຖອດຖອນບົດຮຽນ. ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງເນັ້ນໜັກວ່າ ສະພາແຫ່ງຊາດຂອງສອງປະເທດ ພ້ອມກັນຈັດຕັ້ງຫຼາຍເຫດການທີ່ແທດຈິງ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ