ເພີ່ມທະວີການຮ່ວມມືແລວເສດຖະກິດລະຫວ່າງບັນດາແຂວງຂອງ ຫວຽດນາມ ແລະ ຈີນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ: ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແມ່ນພາກສ່ວນສຳຄັນໃນການສ້າງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ຈີນ.
ເພີ່ມທະວີການຮ່ວມມືແລວເສດຖະກິດລະຫວ່າງບັນດາແຂວງຂອງ ຫວຽດນາມ ແລະ ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ພິທີ
(ພາບ: Khuong Duy)

ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເປັນປະທານຈັດກອງປະຊຸມຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ: ລາວກາຍ, ຮ່າໂນ້ຍ, ຫາຍຟ່ອງ, ກ໋ວາງນິງ (ຫວຽດນາມ) ແລະ ແຂວງ ຢຸນໜານ (ປະເທດຈີນ) (ເອີ້ນເຫຍໍ້ວ່າ ກອງປະຊຸມຮ່ວມມືແລວເສດຖະກິດ ຫວຽດນາມ - ຈີນ), ດ້ວຍຫົວຂໍ້ “ເປີດກ້ວາງບັນດາຮູບແບບຮ່ວມສຳພັນ, ຮ່ວມມືລະຫວ່າງບັນດາແຂວງ, ນະຄອນແລວເສດຖະກິດ ຫວຽດນາມ - ຈີນ ເພື່ອພັດທະນາເສດຖະກິດໃນສະພາບການໃໝ່”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ: ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ກຳນົດການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແມ່ນພາກສ່ວນສຳຄັນໃນການສ້າງການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ຈີນ. ໄລຍະຈະມາເຖິງ, ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ມີຫຼາຍແຜນນະໂຍບາຍ, ນະໂຍບາຍສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຢູ່ພາກເໜືອພັດທະນາໄວ, ຍືນຍົງ ແລະ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຈີນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າແຮງໃນລະດັບ ແລະ ຂອບຂະໜາດການຮ່ວມມືສູງສຸດ:

        “ບັນດາທ້ອງຖິ່ນຄວນຕັດສິນໃຈ, ເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ ເພື່ອປະກອບສ່ວນປະຕິບັດບັນດາຂໍ້ຕົກລົງ ແລະ ການຮັບຮູ້ລວມຂັ້ນສູງໃຫ້ເປັນຢ່າງດີ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງ, ເພີ່ມພຸນຄຸນສ້າງພົວພັນ, ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຈີນ ພັດທະນານັບມື້ນັບຍືນຍົງ. ເອົາໃຈໃສ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ໄປຄຽງຄູ່ກັບການຄົ້ນຄ້ວາ, ແລກປ່ຽນເພື່ອສ້າງຂອບເຂດ, ຮູບແບບການຮ່ວມມືໃໝ່, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເງື່ອນໄຂ ແລະ ບຸລິມະສິດພັດທະນາຂອງບັນດາທ້ອງຖິ່ນຂອງສອງຝ່າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ