ເພີ່ມທະວີການຮ່ວມມືໃນທຸກຂົງເຂດລະຫວ່າງຫວຽດນາມແລະບັງກະລາເທດ

(VOVWORLD) -ວັນທີ 20 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກະລາເທດ ໂດຍທ່ານນາງ Shirin Sharmin Chaudhury, ປະທານສະພາແຫ່ງຊາດ ນຳຫນ້າ ໄດ້ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ພາຍຫລັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ ທັງສອງທ່ານໄດ້ດຳເນີນການເຈລະຈາ. 
ເພີ່ມທະວີການຮ່ວມມືໃນທຸກຂົງເຂດລະຫວ່າງຫວຽດນາມແລະບັງກະລາເທດ - ảnh 1 ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ບັງກະລາເທດ ເຂົ້າຢ້ຽມສຸສານປະທານໂຮ່ຈິມມີນ

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ, ຄວາມປອດໄພພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳ ປ່າໄມ້ ການປະມົງ, ການລ້ຽງສັດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເພີ່ມທະວີວຽກງານພົວພັນແລກປ່ຽນການຄ້າ, ສົ່ງເສີມການຄ້າ ການລົງທຶນ. ກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ສອງຝ່າຍສະເຫນີ ຮັກສາການແລກປ່ຽນຄະນະຜູ້ແທນການນຳທຸກຂັ້ນ, ພິຈາລະນາສ້າງຕັ້ງສອງກຸ່ມລັດຖະສະພາມິດຕະພາບລະຫວ່າງສອງປະເທດ, ສືບຕໍ່ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ເວທີປາໄສລັດຖະສະພາລະຫວ່າງຊາດໂລກ ແລະ ພາກພື້ນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ເນັ້ນຫນັກວ່າ ສະພາແຫ່ງຊາດຫວຽດນາມ ສະຫນັບສະຫນູນສອງລັດຖະບານ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບກວ່າອີກ ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ