ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມໃນວຽກງານຫຼຸດຜ່ອນຄວາມສ່ຽງໄພ, ໄພທຳມະຊາດ

ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມໃນວຽກງານຫຼຸດຜ່ອນຄວາມສ່ຽງໄພ, ໄພທຳມະຊາດ - ảnh 1
(ທີ່ກອງ​ປະຊຸມ​ສຳ​ມະ​ນາ)

(vovworld) - ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ໃນ​ວຽກ​ງານ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພ, ​ໄພ​ພິບັດທຳ​ມະ​ຊາດ, ນັ້ນ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ, ​ເຊິ່ງບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ປຶກສາ​ຫາລື ​ແລະ ປະກອບ​ຫຼາຍຄວາມ​ເຫັນ​ທີ່​ກອງ​ປະຊຸມສຳ​ມະ​ນາ “APEC ກ່ຽວ​ກັບ​ການ​ຄວບ​ຄຸມ​ຄວາມ​ສ່ຽງ​ໄພ, ໄພພິບັດ​ທຳ​ມະ​ຊາດ ​ໂດຍ​ອິງ​ໃສ່​ປະຊາ​ຄົມ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ“ ທີ່​ດຳ​ເນີນ​ໃນ​ວັນ​ທີ 18-19/9, ຢູ່​ນະຄອນ ຫ້າ​ລອງ. ທີ່ກອງ​ປະຊຸມ​ສຳ​ມະ​ນາ, ມີ​ນັກ​ປາຖະກະຖາ​ຫຼາຍ​ຄົນ​ ທີ່ມາ​ຈາກ​ ອິນ​ໂດ​ເນ​ເຊຍ, ​ເປຣູ, ຍີ່ປຸ່ນ, ສ​ເກົາຫຼີ … ກໍ່​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ປະຊາ​ຄົມ​ໃນ​ການ​ຄວບຄຸມ​ຄວາມ​ສ່ຽງ​ໄພ, ​ໄພພິບັດ​ທຳ​ມະ​ຊາດ, ພ້ອມ​ທັງ​ແບ່ງປັນ​ບົດຮຽນ ​ແລະ ບັນດາ​ນະ​ໂຍບາຍ​ປະຕິບັດວຽກ​ງານ​ນີ້​ຢ່າງມີ​ປະສິດທິ​ຜົນທີ່​ສຸດ. ທ່ານ ຫວູຮົ່ງນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ພວກ​ເຮົາ​ຕ້ອງ​​ໂຄສະ​ນາໃຫ້​ປະຊາຊົນ​ເຂົ້າ​ໃຈ, ຈາກ​ນັ້ນ​​ເຂົາ​ເຈົ້າຈະ​ມີ​ການ​ກະທຳ​ທີ່​ເໝາະ​ສົມ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແຕ່ລະ​ປີ, ອົງການ​ພະຍາກອນ​ອຸຕຸນິຍົມ ອຸ​ທົກ​ກະສາ​ດ ຕ້ອງ​ພະຍາກອນ​ອາກາດ​ຢ່າງ​ທັນການ ​ເພື່ອ​ໃຫ້​ປະຊາຊົນ​ມີ​ວິທີ​ປ້ອງ​ກັນ ​ແລະ ຕ້ານ​ໄພພິບັດ​ທຳ​ມະ​ຊາດ“.

ກອງ​ປະຊຸມ​ກໍ່​ຍົກ​ອອກ​ບັນດາ​ຄວາມ​ເຫັນ​ທີ່​ເໝາະ​ສົມ​ກວ່າ​ອີກ​ໃຫ້​ເວທີ​ປາ​ໄສກ່ຽວ​ກັບ​ຫົວ​ເລື່ອງ​ຄວບ​ຄຸມ​ຄວາມ​ສ່ຽງ​ໄພ, ​ເຊິ່ງຈະ​ຈັດ​ຕັ້ງ​ຢູ່ ຟີ​ລິບ​ປິນ ​ໃນ​ລະຫວ່າງ​ວັນ​ທີ 22-23/9/2015.

 

ຂ່າວ/ບົດ​ອື່ນ