ເພີ່ມທະວີການເຄື່ອນໄຫວປົກປ້ອງການແນະນຳທາງພູມສາດບັນດາສະຫະສະມາຄົມໝູ່ບ້ານອາຊີບຂອງຫວຽດນາມ

ເພີ່ມທະວີການເຄື່ອນໄຫວປົກປ້ອງການແນະນຳທາງພູມສາດບັນດາສະຫະສະມາຄົມໝູ່ບ້ານອາຊີບຂອງຫວຽດນາມ - ảnh 1
ໝາກກ້ຽງຂອງຫວຽດນາມ
ພາບປະກອບ:internet

(vovworld)- ວັນ​ທີ 20/5 ຢູ່ ຮ່າ​ໂນ້ຍ, ກົມ​ຊັບ​ສິນ​ທາງ​ປັນຍາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ“ປົກ​ປ້ອງ​ການ​ແນະນຳ​ທາງພູມ​ສາດ​ຂອງ​ອາ​ຊຽນຢູ່​ຕະຫລາດ​ສົ່ງ​ອອກ​ສິນຄ້າ ​ແລະ ຕະຫລາດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ມາ​ຈາກ​ອົງການ​ຊັບ​ສິນ​ທາງ​ປັນຍາ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ, ບັນດາ​ສະຫະ​ສະມາຄົມ, ໝູ່​ບ້ານ​ອາຊີບ, ​ເຂດ​ພາກ​ມີ​ການ​ແນະນຳ​ທາງພູມ​ສາດ​ຂອງ​ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​​ຜູ້​ແທນບັນດາ​ປະ​ເທດ​ອາ​ຊຽນ​ແລກປ່ຽນ​ໂດຍກົງ​ກັບ​ຜູ້​ຊ່ຽວຊານ​ມາ​ຈາກ ອີ​ຢູ ກ່ຽວ​ກັບ​ລະບຽບ​ການ​ຈົດ​ທະບຽນ​ກໍ​ຄື​ບົດຮຽນ​ຈົດ​ທະບຽນ​ແນະນຳ​ທາງພູມ​ສາດ​ຢູ່​​ເອີ​ລົບ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ມາ​ຈາກ ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ມ້ຽນ​ມາ, ມາ​ເລ​​ເຊຍ, ຟິລິບປີນ, ສິງກະ​ໂປ, ​ໄທ, ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ ​ໄດ້​ແນະນຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ການ​ແນະນຳ​ທາງພູມ​ສາດ​ຂອງ​ປະ​ເທດ​ຕົນ.

ຂ່າວ/ບົດ​ອື່ນ