ເພີ່ມທະວີການເຄື່ອນໄຫວຮ່ວມມືກຸ່ມສະມາຊິກສະພາແຫ່ງຊາດຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການເຄື່ອນໄຫວຮ່ວມມືກຸ່ມສະມາຊິກສະພາແຫ່ງຊາດຫວຽດນາມ-ຍີ່ປຸ່ນ - ảnh 1]
ທ່ານນາງ ຫງວຽນທິກີມເງີນ ເຮັດວຽກກັບປະທານສະພາຕ່ຳ ຍີ່ປຸ່ນ

(vovworld) - ​ ສື​ບຕໍ່​ການ​ຢ້ຽ​ມຢາມ ຍີ່ປຸ່ນ ​ໃນລະຫວ່າງ​ວັນ​ທີ 24 – 30/8 ຕອນ​ເຊົ້າ​ວັນ​ທີ 26/8, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມເງິນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ປະທານ​ສະພາ​ສູງ ຍີ່ປຸ່ນ Masaki Yamazaki ຕ້ອນຮັບ​ປະທານພັນທະ​ມິດ​ສະມາຊິກສະພາ​ແຫ່ງ​ຊາດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ແລະ ຢ້ຽມຢາມ​ແຂວງ Gunma ທີ່​ການ​ພົບ​ປະ​ກັບ​ປະທານ​ສະພາ​ສູງ ຍີ່ປຸ່ນ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ສະ​ເໜີ ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີບັນດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກປ່ຽນ, ພ້ອມ​ທັງ​ສະ​ເໜີ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ສະໜັບສະໜູນ​ເລື່ອງ​ຮັກສາ​ການ​ຊ່ວຍ​ເຫຼືອ ODA ຢູ່​ໃນ​ລະດັບ​ສູງ​ໃຫ້​ແກ່ ຫວຽ​ດນາມ.

ທີ່​ການ​ພົບ​ປະ​ກັບ​ປະທານພັນທະ​ມິດ​ສະມາຊິກສະພາ​ແຫ່ງ​ຊາດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ Tosihiro Nikai  ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽ​ນທິກີ​ມ​ເງິນ ຕີ​ລາຄາ​ສູງ​ບົດບາດ​ຂອງ ປະທານພັນທະ​ມິດ​ສະມາຊິກສະພາ​ແຫ່ງ​ຊາດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ສ້າງ​ພື້ນຖານ​ໃຫ້ການ​ຮ່ວມ​ມືລະຫວ່າງ 2 ສະພາ​ແຫ່ງ​ຊາດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ