ເພີ່ມທະວີການເຊື່ອມຕໍ່ດີຈີຕອນໃນການປະຕິວັດອຸດສາຫະກຳຄັ້ງທີ 4

(VOVWORLD) - ທີ່ກອງປະຊຸມ, ທ່ານ Ravi Kant, ຮອງລັດຖະມົນຕີກະຊວງສື່ສານ ອິນເດຍ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອິນເດຍ ແລະ ບັນດາປະເທດ ອາຊຽນ ໃນນັ້ນມີ ຫວຽດນາມ

ເພີ່ມທະວີການເຊື່ອມຕໍ່ດີຈີຕອນໃນການປະຕິວັດອຸດສາຫະກຳຄັ້ງທີ 4 - ảnh 1 ກອງປະຊຸມໄດ້ຮັບການຈັດຕັ້ງໃນວັນທີ 27 ກັນຍາ

(ພາບ: Minh Quyết/ສຳນັກຂ່າວສານ ຫວຽດນາມ)

ຕອນເຊົ້າວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນດ້ານຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ 2018 (Vietnam ICT Investment Forum - VIIF ດ້ວຍຫົວຂໍ້ວ່າ “ການເຊື່ອມຕໍ່ດີຈີຕອນໃນການປະຕິວັດອຸດສາຫະກຳ 4.0”.

        ທີ່ກອງປະຊຸມ, ທ່ານ Ravi Kant, ຮອງລັດຖະມົນຕີກະຊວງສື່ສານ ອິນເດຍ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອິນເດຍ ແລະ ບັນດາປະເທດ ອາຊຽນ ໃນນັ້ນມີ ຫວຽດນາມ ເພື່ອເປີດກ້ວາງຂອບຂະໜາດການສົ່ງອອກດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ອິນເດຍ ເອົາໃຈໃສ່ເຖິງການພັດທະນາພື້ນຖານໂຄງລ່າງແບບຍືນຍົງ, ການປະດິດຄິດສ້າງດີຈີຕອນ, ນຳໃຊ້ແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີລະດັບມີຄວາມສາມາດເຮັດວຽກໃນຫຼາຍຕະຫຼາດຢູ່ໃນໂລກ.

        ທ່ານເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ Pereric Hogberg ໄດ້ແບ່ງປັນບົດຮຽນຂອງ ຊູແອັດ ໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ການບໍລິການດີຈີຕອນຢູ່ເຂດຕົວເມືອງ, ຊົນນະບົດ…

ຕອບກັບ

ຂ່າວ/ບົດ​ອື່ນ