ເພີ່ມທະວີການໂຄສະນາກ່ຽວກັບເລື່ອງເບິ່ງແຍງດູແລ, ປົກປ້ອງເດັກນ້ອຍ

(VOVWORLD) - ຕອບສະໜອງເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017, ວັນເດັກນ້ອຍສາກົນ 01 ມີຖຸນາ, ວັນທີ 01 ມີຖຸນາ, ນະຄອນ ໂຮ່ຈີມິນ ຈັດຕັ້ງວັນບຸນ “ເຊື່ອມຕໍ່ຄວາມຮັກ, ພ້ອມກັບເດັກນ້ອຍລະດູແລ້ງ 2017”
ເພີ່ມທະວີການໂຄສະນາກ່ຽວກັບເລື່ອງເບິ່ງແຍງດູແລ, ປົກປ້ອງເດັກນ້ອຍ - ảnh 1 ງານບຸນປື້ມເພື່ອເດັກນ້ອຍ 2017

ແມ່ນໜຶ່ງໃນບັນດາລາຍການແທດຈິງ ເພື່ອແນໃສ່ເບິ່ງແຍງດູແລກ່ຽວກັບດ້ານຈິດໃຈ ແລະ ວັດຖຸໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ເນື່ອງໃນໂອກາດນີ້, ນະຄອນກໍ່ປຸກລະດົມບັ້ນຮົບໂຄສະນາກ່ຽວກັບກົດໝາຍວ່າດ້ວຍເດັກ ເພື່ອແນໃສ່ໂຄສະນາກ້ວາງຂວາງໃນສັງຄົມກ່ຽວກັບບັນດາກົດລະບຽດ, ສິດ, ຜົນປະໂຫຍດຂອງເດັກໃນກົດໝາຍວ່າດ້ວຍເດັກ.

        ທີ່ຮ່າໂນ້ຍ, ໄຂ “ງານບຸນປື້ມເພື່ອເດັກນ້ອຍ 2017”. ງານບຸນປື້ມດຳເນີນແຕ່ວັນທີ 01 ມີຖຸນາ ເຖິງວັນທີ 07 ມີຖຸນາ ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ວາງສະແດງ, ຂາຍປື້ມທີ່ສະຫງວນສະເພາະໃຫ້ເດັກເກັນອາຍຸເຍົາວະຊົນອະນຸຊົນ. ທ່ານນາງ ເຈີ່ນທິມາຍຢຸງ ຫົວໜ້າຫ້ອງການສື່ມວນຊົນພິມຈຳໜ່າຍ, ພະແນກຖະແຫຼງຂ່າວ ແລະ ສື່ສານ ຮ່າໂນ້ຍໃຫ້ຮູ້ວ່າ:

        “ງານບຸນປື້ມເພື່ອເດັກນ້ອຍໄດ້ຈັດຕັ້ງຢູ່ຖະໜົນປື້ມ ຮ່າໂນ້ຍ ດ້ວຍຄວາມຫວັງວ່າ ນຳມາໃຫ້ພວກນ້ອງ ມີເວລາພັກແລ້ງເບີກບານມ່ວນຊື່ນ, ດ້ວຍຄວາມເມົາມົວອ່ານປື້ມ, ເພື່ອໃຫ້ພວກນ້ອງມີໂອກາດອ່ານປື້ມຢູ່ໃນຖະໜົນປື້ມໃໝ່ຂອງນະຄອນ ຮ່າໂນ້ຍ. ”

        ແລະກໍ່ໃນພິທີໄຂ “ງານບຸນປື້ມເພື່ອເດັກນ້ອຍ 2017”, ພະແນກຖະແຫຼງຂ່າວ ແລະ ສື່ສານ ແລະ ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ປຸກລະດົມການເສັງ “ທູດວັດທະນະທຳອ່ານຂອງນະຄອນຫລວງ 2017” 

ຕອບກັບ

ຂ່າວ/ບົດ​ອື່ນ