ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ ອາ​ຟະ​ລິ​ກາ​ກາງ

(VOVWORLD) -  ໃນວັນທີ 22ມິຖຸນາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຜ່ານທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາຟະລິກາກາງ.
ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ ອາ​ຟະ​ລິ​ກາ​ກາງ - ảnh 1ກອງປະຊຸມຜ່ານທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາຟະລິກາກາງ (ພາບ: TTXVN) 

       ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງ ລະດັບຄວາມສຳຄັນຂອງການໜູນຊ່ວຍຢ່າງລຽນຕິດຂອງປະຊາຄົມສາກົນສຳລັບ ອາຟະລິກາກາງ ໃນໄລຍະປະຈຸບັນແນໃສ່ຊ່ວຍໃຫ້ປະເທດນີ້ໃນບັນດາມານະພະຍາຍາມເພື່ອສັນຕິພາບ, ກະກຽມໃຫ້ແກ່ການເລືອກຕັ້ງກໍ່ຄືການແກ້ໄຂສະພາບການມະນຸດສະທຳ ແລະ ຜົນກະທົບຂອງໂລກລະບາດໂຄວິດ-19. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ ແລະ ອັນຕະລາຍເຊິ່ງກຳລັງຮັກສາສັນຕິພາບ ແລະ ບັນດາຄູ່ຮ່ວມມືມະນຸດສະທຳປະສົບເມື່ອເຄື່ອນໄຫວຢູ່ ອາຟະລິກາກາງ, ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ຮຽກຮ້ອງຕ້ອງຮັບປະກັນຄວາມໝ້ັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ທຸກຄົນພວມປະຈຳການ ແລະ ມານະພະຍາຍາມຊ່ວຍເຫຼືອປະເທດ ອາຟະລິກາກາງ ແລະ ປະຊາຊົນຢູ່ນີ້.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ