ເພີ່ມທະວີການໝູນໃຊ້ເຕັກໂນໂລຊີສູງ ໃນຂົງເຂດກະສິກຳ

(VOVWORLD) - ຂີດໝາຍທີ່ກອງປະຊຸມສຳມະນາຄັ້ງນີ້ແມ່ນໄດ້ເຕື້ອງເຖິງການຊອກຫາຕົ້ນກຳເນີດຂອງຜະລິດຕະພັນໃນການສຳພັດ ແລະ ພັດທະນາກະສິກຳເຕັກໂນໂລຊີສູງ.

ທີ່ກອງປະຊຸມສຳມະນາ “ກະສິກຳເຕັກໂນໂລຊີສູງ: ບັນດາບັນຫາ ແລະ ມາດຕະການ” ໂດຍສະຖາບັນກະສິກຳ ຫວຽດນາມ, ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຕັ້ງໃນວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ສະເໜີການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອເພີ່ມທະວີການເຊື່ອມຕໍ່ໃນລະບົບມູນຄ່າ ແມ່ນມາດຕະການສຳຄັນເພື່ອຊຸກຍູ້ການພັດທະນາກະສິກຳເຕັກໂນໂລຊີສູງຢູ່ ຫວຽດນາມ.

        ຂີດໝາຍທີ່ກອງປະຊຸມສຳມະນາຄັ້ງນີ້ແມ່ນໄດ້ເຕື້ອງເຖິງການຊອກຫາຕົ້ນກຳເນີດຂອງຜະລິດຕະພັນໃນການສຳພັດ ແລະ ພັດທະນາກະສິກຳເຕັກໂນໂລຊີສູງ. ນີ້ໄດ້ຮັບຖືວ່າ ແມ່ນມາດຕະການສະໜອງຜະລິດຕະພັນກະເສດ, ທັນຍາຫານຢ່າງໂປ່ງໃສ, ພ້ອມທັງສ້າງການເຊື່ອມຕໍ່ລະຫວ່າງນັກຜະລິດ ແລະ ຜູ້ບໍລິໂພກອຸປະໂພກ. ທ່ານ ດ່າວງອັກນາມ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນລົງທຶນ ແລະ ການບໍລິການກະສິກຳ ອານຫວຽດ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ສ້າງສູນຂໍ້ມູນຂ່າວສານ ເຕົ້າໂຮມບັນດາຂໍ້ມູນຂ່າວສານຂອງຜູ້ຜະລິດ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາຜູ້ຈຳໜ່າຍຜະລິດຕະພັນ, ແຫຼ່ງຂໍ້ມູນຂ່າວສານນີ້ໄດ້ຮັບການອັບເດັດເປັນປະຈຳ ຜ່ານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ. ດ້ວຍລະບົບນີ້, ຊາວກະສິກອນກໍ່ຄືບັນດາວິສາຫະກິດສາມາດຕິດຕາມຂັ້ນຕອນ, ຄຸນນະພາບ ແລະ ຈຳນວນຜະລິດຕະພັນກະເສດນັບແຕ່ຂັ້ນຕອນປູກ ຕະຫຼອດຮອດການເກັບກ່ຽວ ຜ່ານນັ້ນ ໄດ້ຮ່ວມສຳພັນນຳກັນເພື່ອຈຳໜ່າຍຜະລິດຕະພັນກະເສດ.”

ຕອບກັບ

ຂ່າວ/ບົດ​ອື່ນ