ເພີ່ມທະວີກຳລັງຄວາມສາມາດການເຄື່ອນໄຫວອາສາສະໝັກເພື່ອການພັດທະນາຢູ່ ຫວຽດນາມ

ເພີ່ມທະວີກຳລັງຄວາມສາມາດການເຄື່ອນໄຫວອາສາສະໝັກເພື່ອການພັດທະນາຢູ່ ຫວຽດນາມ - ảnh 1
ພາບປະກອບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫລຸບ​ໂຄງການ“ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເພື່ອ​ການ​ພັດທະນາ​ຢູ່ ຫວຽດນາມ” ລະຫວ່າງ ສູນ​ກາງ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ສົມທົບ​ກັບ​ໂຄງການ​ອາສາ​ສະໝັກ​ສະ​ຫະປະຊາ​ຊາດ ຢູ່ ຫວຽດນາມ. ​ໂຄງການ​ໄດ້​ຮັບການ​ຜັນ​ຂະຫຍາຍ​ປະຕິບັດ​ແຕ່​ປີ 2009 ຮອດ​ປີ 2012 ​ໂດຍ​ສູນ​ກາງ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ປະຕິບັດ ​ແລະ ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ໂຄງການ​ອາສາ​ສະໝັກ​ສະຫະ​ປະຊາ​ຊາດ, ກອງ​ທຶນ​ແຜນການ​ສະຫະ​ປະຊາ​ຊາດ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເພື່ອ​ການ​ພັດທະນາ​ຢູ່ ຫວຽດນາມ, ລວມມີ ການ​ຫນູນ​ຊ່ວຍ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ຂ່າວສານ​ແຫ​ລ່ງກຳລັງ​ອາສາ​ສະໝັກ ຫວຽດນາມ . ຜ່ານ​ການ​ຜັນ​ຂະຫຍາຍ​ປະຕິບັດ, ​ໂຄງການ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງຫນ້າ​ເຖິງ​ວຽກ​ງານ​ອາສາ​ສະໝັກ​ຢູ່ ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ ຜ່ານ​ການ​ລະດົມ, ​ເຊື່ອມ​ຕໍ່​ຜູ້​ອາສາ​ສະໝັກ​ທີ່​ເຂົ້າ​ຮ່ວມ​ບັນດາ​ຂົງ​ເຂດ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ປະ​ເທດ​ຊາດ. ພາຍຫລັງ​ສິ້ນ​ສຸດ​​ໂຄງການ, ສູນດັ່ງກ່າວ​ແມ່ນ​ຂຶ້ນ​ກັບ​ສູນ​ກາງ​ຊາວ​ຫນຸ່ມ ຈະ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຄື​ສູນ​ອາສາ​ສະໝັກ​ແຫ່ງ​ຊາດ​ເພື່ອ​ປະຕິບັດ​ບົດບາດ​ປະສານ​ງານ, ພັດທະນາ​ວຽກ​ງານ​ອາສາ​ສະໝັກ​ຢູ່ ຫວຽດນາມ.

 

 

 

 

 

 

ຂ່າວ/ບົດ​ອື່ນ