ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບວັດທະນະທຳ, ປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ

(VOVWORLD) - ຕອນຄ່ຳວັນທີ 08 ມິຖຸນາ, ທີ່ສູນເອກະສານການຮຽນ - ມະຫາວິທະຍາໄລ ທ໊າຍງວຽນ (ນະຄອນ ທ໊າຍງວຽນ, ແຂວງ ທ໊າຍງວຽນ), ກອງສິລະປະກອນກອງທັບອາກາດ ອາເມລິກາ Final Approach ໄດ້ມີການພົບປະແລກປ່ຽນສະແດງສິລະປະກັບນັກສຶກສາເປັນຈຳນວນຫລວງຫລາຍທີ່ພວມຄົ້ນຄວ້າ, ຮ່ຳຮຽນຢູ່ມະຫາວິທະຍາໄລ ທ໊າຍງວຽນ.
ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບວັດທະນະທຳ, ປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1 ທີ່ການພົບປະແລກປ່ຽນສະແດງສິລະປະ (ພາບ: TTXVN)

        ລາຍການດັ່ງກ່າວໄດ້ປະຕິບັດແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະຊາຊົນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ເພີ່ມທະວີນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ, ສ້າງກາລະໂອກາດພົວພັນແລກປ່ຽນໂດຍກົງລະຫວ່າງພະນັກງານ, ຄູອາຈານ, ນັກສຶກສາຂອງມະຫາວິທະຍາໄລ ທ໊າຍງວຽນ ກັບບັນດາສະມາຊິກໃນຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ