ເພີ່ມທະວີຄູ່ຮ່ວມມືຮອບດ້ານຫວຽດນາມ-ແດນມາກ

ເພີ່ມທະວີຄູ່ຮ່ວມມືຮອບດ້ານຫວຽດນາມ-ແດນມາກ - ảnh 1
ກອງ​ປະ​ຊຸມ​ຈັດ​ຕັ້ງ​ໃນ​ວັນ​ທີ 11/10

(vovworld) - ​ໃນ​ຂອບ​ເຂດ​ແຜນ​ການ​ເຄື່ອນ​ໄຫວ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ແດນ​ມາ​ກ, ຕອນ​ບ່າຍ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແດນ​ມາກ ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ແດນ​ມາກ. 2 ຝ່າຍ​ໄດ້​ຮັບ​ຮູ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາຢ່າງວ່ອງ​ໄວ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ ໃນ​ໄລ​ຍະ​ມໍ່ໆ​ມານີ້. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ຈີ໋​ຢູ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ໂຄງ​ການ​ມີ​ເງິນ​ລົງ​ທຶນ​ຂອງ​ແດນ​ມາກ ​ລ້ວນ​ແຕ່ເສີມຂະ​ຫຍາຍຄຸນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ເສດ​ຖະ​ກິດ​ຢູ່​ບັນ​ດາ​ເຂດ​ຜັນ​ຂະ​ຫຍາຍ​ໂຄງ​ກ​ານ:

        “ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ນຳ​ໃຊ້​ບັນ​ດາ​ການ​ໜູນ​ຊ່ວຍ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປາດ​ຖະ​ໜາ​ວ່າ​ລັດ​ຖະ​ບານ​ແດນ​ມາກ ສືບ​ຕໍ່​ສະ​ຫງວນ​ໃຫ້​ແກ່​ລັດ​ຖະ​ບານ ຫວຽດ​ນາມ, ບັນ​ດາ​ບ້ວງ​​ເງິນ​ຊ່ວຍ​ເຫຼືອ​ລ້າ ແລະ ບັນ​ດາ​ບ້ວງ​​ເງິນ​ກູ້​ຢຶມບຸ​ລິ​ມະ​ສິດ​ອື່ນໆ​ອ​ີກ ເພື່ອ​ໃຫ້ ຫວຽດ​ນາມ ມີ​ແຫຼ່ງ​ກຳ​ລັງ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ຂອງ​ຕົນ​ຕື່ມ​ອີກ. ພິ​ເສດ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່ ຫວຽດ​ນາມ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ​ການລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ບັນ​ດາ​ບັນ​ຫາ​ກ່ຽວ​ກັ​ບ​ພື້ນ​ຖານ​ໂຄງ​ລ່າງ ກໍ່​ຄື​ບັນ​ດາ​ເຂ​ດ​ພາກ​ທີ່ຍ​ັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.”


ຕອບກັບ

ຂ່າວ/ບົດ​ອື່ນ