ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນ,ມິດຕະພາບລະຫວ່າງຫວຽດນາມແລະຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 12 ມັງກອນ ຢູ່ ຮ່າໂນ້ຍ, ເມື່ອຕ້ອນຮັບ ທ່ານ Tsutomu Takebe ທູດພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ,

ທ່ານ ຟ້າມມີງຈີງ, ຫົວຫນ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມລັດຖະສະພາ ມິດຕະພາບຫວຽດນາມ - ຍີ່ປຸ່ນ ໄດ້ປະກາດວ່າ: ສະພາແຫ່ງຊາດຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 26 (APPF – 26) ຢູ່ ຮ່າໂນ້ຍ ແຕ່ວັນທີ 18 – 21 ມັງກອນປີ 2018. ທ່ານ ຟ້າມມີງຈິງ ຖືວ່າ ສອງຝ່າຍຄວນເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບ ເນື່ອງໃນໂອກາດສະເຫລີມສະຫລອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ (21/9/1973-21/9/2018). ທ່ານ Tsutomu Takebe ທູດພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃຫ້ຮູ້ວ່າ: ຍີ່ປຸ່ນ ພວມຕັ້ງຫນ້າຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍເນື່ອງໃນໂອກາດນີ້ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຈັດຕັ້ງເວທີປາໄສ APPF – 26 ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ