ເພີ່ມທະວີວຽກງານກາແດງຫວຽດນາມ-ລາວ

 ເພີ່ມທະວີວຽກງານກາແດງຫວຽດນາມ-ລາວ - ảnh 1
ພິ​ທີ​ໄຂ​ຊຸດ​ບຳ​ລຸງ​ສ້າງວິ​ຊາ​ສະ​ເພາະ​ໃຫ້​ພະ​ນັກ​ງານ​ສະ​ພາ
ກາ​ແດງ​ລາວ
ພາບ:dangcongsan.vn

(vovworld)- ​​ ​ຕອນ​ເຊົ້າ​ວັນ​ທີ 12/9 ຢູ່ ຮ່​າ​ໂນ້ຍ, ໄດ້​ໄຂ​ຊຸດ​ບຳ​ລຸງວິ​ຊາ​ສະ​ເພາະ​ສະ​ຫງວນ​ໃຫ​້​ແກ່​ພະ​ນັກ​ງານ​ສະ​ພາ​ກາ​ແດງ​ລາວ. ໃນ​ໄລ​ຍະ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ, ມ​ີ​ພະ​ນັກ​ງານ​ສະ​ພາ​ກາ​ແດງ ລາວ 20 ຄົນ​ໄດ້ຮັບ​ການ​ແນະ​ນຳ​ກ່ຽວ​ກັບ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ຫວຽດ​ນາມ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ບັນ​ດາ​ຂໍ້​ມູນ​ພື້ນ​ຖານ​ກ່ຽວ​ກັບ​ສະ​ພາ​ກາ​ແດງ​ຫວຽດ​ນາມ, ຍຸດ​ທະ​ສາດ​ພັດ​ທະ​ນາ​ສະ​ພາ​ກາ​ແດງ​ຫວຽດ​ນາມ ຮອດ​ປີ 2020. ຄຽງ​ຄູ່​ກັນ​ນັ້ນ ຈະ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ໄພ​ພິ​ບັດ, ວຽກ​ງານ​ມະ​ນຸດ​ສະ​ທຳ, ສ້າງ ແລະ ຄຸ້ມ​ຄອງ​ໂຄງ​ການ, ພັດ​ທະ​ນາ​ແຫລ່ງ​ກຳ​ລັງ, ການ​ບໍ​ລິ​ຈາກ​ເລືອດ. ທ່ານ ບຸນ​ມາ ໄຊ​ຍະ​ສຸກ, ຫົວ​ຫນ້າ​ຄະ​ນະ​ພະ​ນັກ​ງານ​ສະ​ພາ​ກາ​ແດງ ລາວ ເຂົ້າ​ຮ່ວມ​ຊຸດ​ບຳ​ລຸງ​ສ້າງ ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ປີ​ທີ 3, ສູນ​ກາງ​ສະ​ພາ​ກາງ​ແດງ​ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ໃຫ້​ຄະ​ນະ​ພະ​ນັກ​ງານ​ສະ​ພາ​ກາ​ແດງ​ ລາວ ມາ​ຝືກ​ອົບ​ຮົມ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ. ຜ່ານ​ການ​ອົບ​ຮົມ, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ພະ​ນັກ​ງານ​ທີ່​ໄດ້​ຮັບ​ການ​ອົບ​ຮົມ​ນັ້ນ ເມື່ອ​ກັບ​ຄືນ​ເຮັດ​ວຽກ​ບັນ​ລຸ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ສະ​ພາ​ກາ​ແດງ ຫວຽດ​ນາມໄດ້​ຊ່ວຍ​ເຫລືອ​ພວກ​ຂ້າ​ພະ​ເຈົ້າ​ຜັນ​ຂະ​ຫຍາຍ​ໂຄງ​ການ​ທະ​ນາ​ຄານ​ງົວ​ທີ່​ບັນ​ລຸ​ໄດ້​ໝາກ​ຜົນ​ເປັນ​ຫນ້າ​ຊື່ນ​ຊົມ. ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ມີ​ແຜນ​ການ​ທະ​ວີ​ຄູນ​ໂຄງ​ການ​ດັ່ງ​ກ່າວ ຢູ່ 4 ແຂວງ ທາງ​ພາກ​ເຫນືອ​ຂອງ​ລາວ.”

ຕອບກັບ

ຂ່າວ/ບົດ​ອື່ນ