ເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະກຳປູເຈຍຢ່າງບໍ່ຢຸດຢັ້ງ

(VOVWORLD) -ຕອນບ່າຍວັນທີ 25 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງພະນົມເປັນ, ເລ່ີມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກກຳປູເຈຍ ຕາມຄຳເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni.

ເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມແລະກຳປູເຈຍຢ່າງບໍ່ຢຸດຢັ້ງ - ảnh 1  ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ແລະ

ພະບາດສົມເດັດພະບໍລົມມະນຽດ Norodom Sihamoni

(ພາບ: TTXVN)

ພາຍຫຼັງຄະນະຜູ້ແທນຫວຽດນາມ ໄປຮອດນະຄອນຫຼວງພະນົມເປັນ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຢູ່ພະລາຊະວັງຢ່າງເປັນທາງການ, ຕາມພິທີຕ້ອນຮັບສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ໄດ້ດຳເນີນການເຈລະຈາຢູ່ພະລາຊະວັງ.

        ທີ່ການເຈລະຈາ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ຢືນຢັນວ່າ, ປະຊາຊົນຫວຽດນາມ ແມ່ນເພື່ອນຜູ້ຍິ່ງໃຫຍ່ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນກຳປູເຈຍ; ປະຊາຊົນກຳປູເຈຍ ຍາມໃດກໍ່ເປັນເພື່ອນຖານບ້ານໃກ້ເຮືອນຄຽງທີ່ດີ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນຫວຽດນາມ. ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ຢືນຢັນວ່າ ຈະສືບຕໍ່ເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນ ແລະ ໄມຕີຈິດລະຫວ່າງ 2 ປະເທດ, 2 ຊາດ ໃຫ້ນັບມື້ນັບສະໜິດແໜ້ນ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ, ພາຍໃຕ້ການຄອງລາດຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແລະ ການຊີ້ນຳນຳພາຂອງລັດຖະບານກຳປູເຈຍ, ປະເທດກຳປູເຈຍ ສືບຕໍ່ບັນລຸຜົນງານໃໝ່ໃຫຍ່ຫຼວງຫຼາຍກວ່າເກົ່າ ໃນພາລະກິດສ້າງສາປະເທດກຳປູເຈຍ ສັນຕິພາບ, ເອກະລາດ, ປະເທດເປັນກາງ, ມີປະຊາທິປະໄຕ ແລະ ມີຄວາມກ້າວໜ້າສັງຄົມ…

        ການນຳ 2 ທ່ານຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ສືບທອດໃຫ້ລຸ້ນຫຼັງກ່ຽວກັບນ້ຳໃຈຄວາມສາມັກຄີທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ສະເໜີໃຫ້ພະບາດສົມເດັດພະບໍລົມມະນຽດ Norodom Sihamoni, ໃນຖານະຕຳແໜ່ງສູງສຸດຂອງຕົນ, ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ແລະ ຊາວກຳປູເຈຍ ເຊື້ອຊາດຫວຽດນາມ  ອາໄສຢູ່ກຳປູເຈຍ ເພື່ອໃຫ້ເຂົາເຈົ້າດຳລົງຊີວິດຍາວນານຢູ່ກຳປູເຈຍ, ມີຄວາມອຸ່ນອຽນໃຈອອກແຮງານທຳການຜະລິດ, ປະກອບສ່ວນເຂົ້າໃນການພັດທະນາຂອງກຳປູເຈຍ ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ