ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ-ຣູມານີໃຫ້ນັບມື້ນັບພັດທະນາ

(VOVWORLD) -ຕອນບ່າຍວັນທີ 02 ທັນວາ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ, ສະມາຄົມມິດຕະພາບຫວຽດນາມ - ຣຸມານີ ນະຄອນໂຮ່ມິຈິນ ໄດ້ຈັດພິທີສະເຫຼີມສະຫຼອງ 99 ປີແຫ່ງວັນເອກະລາດສ.ຣຸມານີ (01 ທັນວາ 1918 – 01 ທັນວາ 2017), ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບທີ່ສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດ.

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ-ຣູມານີໃຫ້ນັບມື້ນັບພັດທະນາ - ảnh 1

 ທ່ານ ຫງວຽນຊີ້ທັ໋ງ, ປະທານສະມາຄົມມິດຕະພາບຫວຽດນາມ - ຣຸມານີ

(ພາບ: voh.com.vn)

ທີ່ພິທີ, ທ່ານ ຫງວຽນຊີ້ທັ໋ງ, ປະທານສະມາຄົມມິດຕະພາບຫວຽດນາມ - ຣຸມານີ ນະຄອນໂຮ່ຈິມິນ ໄດ້ຂອບອົກຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງປະຊາຊົນ ຣຸມານີ ສຳລັບຫວຽດນາມ ໃນພາລະກິດໂຮມປະເທດຊາດ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ. ມີນັກວິສາສະກອນ, ນັກຊ່ຽວຊານກວ່າ 4.000 ຄົນໃນຫຼາຍຂົງເຂດໄດ້ຮັບການບຳລຸງສ້າງຢູ່ ຣຸມານີ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງນ້ຳໃຈມິດຕະພາບ, ແມ່ນຂົວຕໍ່ຮ່ວມມືລະຫວ່າງປະຊາຊົນ 2 ປະເທດໃນປະຈຸບັນ.

        ທີ່ພິທີ, ທ່ານ Valeriu Arteni, ເອກອັກຄະລັດຖະທູດສ. ຣຸມານີ ປະຈຳຫວຽດນາມ ໄດ້ຕີລາຄາສູງປະສິດທິຜົນການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ຣຸມານີ ໃນໄລຍະ 26 ປີຜ່ານມາ ໄດ້ເປັນຂົວຕໍ່ຂອງນ້ຳໃຈມິດຕະພາບ, ຮັກສາການພົວພັນລະຫວ່າງປະຊາຊົນ 2 ປະເທດຢ່າງສະໜິດແໜ້ນເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ