ເມກຊີໂກ ຕີລາຄາສູງ ເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ອາເມລິກາ ລາຕີນ
ພາບປະກອບ
(vovworld) - ກະຊວງການຕ່າງປະເທດ ເມກຊີໂກ ໄດ້ຕີລາຄາສູງເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ອາເມລິກາ ລາຕີນ ຄັ້ງທີ 1 ແລະ ຖືວ່າ: ເລື່ອງນາຍົກລັດຖະມົນຕີປະເທດເຈົ້າພາບ ຫວຽດນາມ ຫງວຽນເຕີນຢູງ ເປັນຜູ້ກ່າວໄຂກອງປະຊຸມໄດ້ເປັນການຢັ້ງຢືນຫຼັກໝັ້ນຂອງຫວຽດນາມ ພ້ອມແລ້ວເປັນຄູ່ຮ່ວມມືເສດຖະກິດ ທີ່ສຳຄັນຂອງບັນດາປະເທດ ທາງທິດຕາເວັນຕົກເຄິ່ງໜ່ວຍໂລກ ແລະ ເປັນຂົວເຊື່ອມຕໍ່ລະຫວ່າງ ອາຊີ ຕາເວັນອອກກັບ ອາເມລິກາ ລາຕີນ. ບົດແຈ້ງຂ່າວຂອງກະຊວງການຕ່າງປະເທດ ເມກຊີໂກເນັ້ນໜັກວ່າ: ໃນຫຼາຍປີມານີ້, ວົງເງິນແລກປ່ຽນການຄ້າ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ລາຕີນ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງດ້ວຍລະດັບແຕ່ 20 – 30%/ ປີ ຂຶ້ນເຖິງກ່ວາ 5 ຕື້ USD ໃນປີ 2011. ສະເພາະເມກຊີໂກ, ຫວຽດນາມ ໄດ້ກາບຍເປັນຄູ່ຮ່ວມມືທີ່ສຳຄັນຢູ່ ອາຊີ ຂະນະທີ່ມູນຄ່າແລກປ່ຽນສິນຄ້າລະຫວ່າງ 2 ຝ່າຍເພີ່ມຂຶ້ນແຕ່ 37 ລ້ານ USD ຂຶ້ນເຖິງ 1 ຕື້ 37 ລ້ານ USD ໃນກ່ວາ ທົດສະວັດທີ່ຜ່ານມາ.