ເມັກຊີໂກ ເລີ່ນຕົ້ນການເລືອກຕັ້ງທົ່ວປະເທດ

(VOVWORLD) - ວັນທີ 01 ກໍລະກົດ, ຜູ້ມີສິດເລືອກຕັ້ງ ເມັກຊີໂກ ນັບລ້ານໆຄົນ ໄດ້ໄປປ່ອນບັດເພື່ອເລືອກຕັ້ງຜູ້ສືບທອດໜ້າທີ່ຂອງທ່ານປະທານາທິບໍດີ Enrinque Pena Nieto ໃນອາຍຸການ 2018 – 2024,
ເມັກຊີໂກ ເລີ່ນຕົ້ນການເລືອກຕັ້ງທົ່ວປະເທດ - ảnh 1 (ພາບປະກອບ: AFP/ TTXVN)

 ກໍ່ຄືເລືອກຕັ້ງສະມາຊິກສະພາສູງ 128 ທ່ານ, ສະມາຊິກສະພາຕ່ຳ 500 ທ່ານ ແລະ ກ່ວາ 2.800 ຕຳແໜ່ງການນຳຂັ້ນທ້ອງຖິ່ນ. ແຕ່ 8 ໂມງເຊົ້າ, ບັນດາສະຖານທີ່ປ່ອນບັດໃນທົ່ວປະເທດ ເມັກຊີໂກ ໄດ້ເປີດປະຕູຢ່າງເປັນທາງການ ແລະ ປິດປະຕູໃນ 18 ໂມງຂອງວັນດຽວກັນ.

        ການເລືອກຕັ້ງປະທານາທິບໍດີ ເມັກຊີໂກ ຈະບໍ່ມີຮອບທີ 2  ແລະ ຜູ້ສະໝັກຮັບເລືອກຕັ້ງໃດ ຍາດໄດ້ບັດສະໜັບສະໜູນສູງກ່ວາ ຈະຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ