ເມັກຊີໂກປະຕິເສດການກຽມພ້ອມລົງນາມໃນຂໍ້ຕົກລົງອົບພະຍົບກັບອາເມລິກາ

(VOVWORLD) -ເມັກຊີໂກ ຊີຕີ ບໍ່ໄດ້ກຽມພ້ອມແລ້ວທີ່ຈະລົງນາມໃນຂໍ້ຕົກລົງກັບວໍຊິງຕັນ ເພື່ອກາຍເປັນ “ປະເທດທີ 3 ທີ່ມີຄວາມປອດໄພ” ໃຫ້ແກ່ຊາວອົບພະຍົບ.

ເມັກຊີໂກປະຕິເສດການກຽມພ້ອມລົງນາມໃນຂໍ້ຕົກລົງອົບພະຍົບກັບອາເມລິກາ - ảnh 1ເມັກຊີໂກປະຕິເສດການກຽມພ້ອມລົງນາມໃນຂໍ້ຕົກລົງອົບພະຍົບກັບອາເມລິກາ

(ພາບປະກອບ: AFP/TTXVN)

 ວັນທີ 18 ກໍລະກົດ, ທ່ານນາງເອກອັກຄະລັດຖະທູດເມັກຊີໂກ ປະຈຳອາເມລິກາ Martha Barcena ໄດ້ຢືນຢັນຄືນໃໝ່ວ່າ ເມັກຊີໂກ ຊີຕີ ບໍ່ໄດ້ກຽມພ້ອມແລ້ວທີ່ຈະລົງນາມໃນຂໍ້ຕົກລົງກັບວໍຊິງຕັນ ເພື່ອກາຍເປັນ “ປະເທດທີ 3 ທີ່ມີຄວາມປອດໄພ” ໃຫ້ແກ່ຊາວອົບພະຍົບ. ທ່ານນາງ Martha Barcena ກໍ່ຕຳໜິຕິຕຽນນະໂຍບາຍແຕ່ຝ່າຍດຽວຂອງອາເມລິກາ ເພື່ອແນໃສ່ສະກັດກັ້ນຊາວອົບພະຍົບທຸກຄົນທີ່ອາດຈະຂໍລີ້ໄພ, ພ້ອມກັນນັ້ນທ່ານນາງກໍ່ໃຫ້ຮູ້ວ່າ, ອົງການທີ່ມີໜ້າທີ່ຂອງເມັກຊີໂກ ໄດ້ແຈ້ງໃຫ້ຝ່າຍອາເມລິກາ ຮັບຊາບກ່ຽວກັບຂໍ້ສະເໜີຍູ້ແຮງວິວັດການກວດຜ່ານໃບຂໍລີ້ໄພຂອງຊາວອົບພະຍົບ, ບໍ່ປະໃຫ້ເຂົາເຈົ້າລໍຖ້າຢູ່ເມັກຊີໂກ ເປັນເວລາຂຶ້ນເຖິງ 3 ປີຈຶ່ງຮູ້ວ່າໄດ້ຮັບການລີ້ໄພຫຼືບໍ່. ວັນທີ 07 ກໍລະກົດຜ່ານມາ, ເມັກຊີໂກ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງຫຼຸດຜ່ອນຈຳນວນຊາວອົບພະຍົບອາເມລິກາກາງ ໄປຜ່ານຜືນແຜ່ນດິນຂອງເມັກຊີໂກ ເພື່ອເຂົ້າໄປຍັງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ