ເຢຍລະມັນ ກ່າວເຕືອນກ່ຽວກັບ “ໄພພິບັດມະນຸດສະທຳຮ້າຍແຮງທີ່ສຸດໃນຍຸກສະໄໝ” ຢູ່ ອາບການິດສະຖານ

(VOVWORLD) -ລັດຖະບານ ເຢຍລະມັນ ຊອກຫາວິທີເພື່ອຮັບປະກັນວ່າ ການອຸປະຖຳສາກົນຈະໄປຮອດຊາວ ອາບການິດສະຖານ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ເພີ່ມທະວີການຍົກຍ້າຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ
ເຢຍລະມັນ ກ່າວເຕືອນກ່ຽວກັບ “ໄພພິບັດມະນຸດສະທຳຮ້າຍແຮງທີ່ສຸດໃນຍຸກສະໄໝ” ຢູ່ ອາບການິດສະຖານ - ảnh 1ລັດຖະບານ ເຢຍລະມັນ ຊອກຫາວິທີເພື່ອຮັບປະກັນວ່າ ການອຸປະຖຳສາກົນຈະໄປຮອດຊາວ ອາບການິດສະຖານ
(ພາບປະກອບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ທັນວາ, ທ່ານນາງ Annalena Baerbock, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ຄົນໃໝ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ເພື່ອຊ່ວຍໃຫ້ ອາບການິດສະຖານ ຫຼີກລ້ຽງໄດ້ອັນທີ່ເອີ້ນວ່າ “ໄພພິບັດມະນຸດສະທຳຮ້າຍແຮງທີ່ສຸດໃນຍຸກສະໄໝ”. ທ່ານນາງ Baerbock ໃຫ້ຮູ້ວ່າ, ລັດຖະບານ ເຢຍລະມັນ ຊອກຫາວິທີເພື່ອຮັບປະກັນວ່າ ການອຸປະຖຳສາກົນຈະໄປຮອດຊາວ ອາບການິດສະຖານຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ເພີ່ມທະວີການຍົກຍ້າຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ, ພິເສດແມ່ນແມ່ຍິງ ແລະ ເດັກຍິງ. ທ່ານນາງ Baerbock ໃຫ້ຮູ້ວ່າ, ຄາດວ່າມີຊາວ ອາບການິດສະຖານ 24 ລ້ານຄົນ ຕ້ອງການຄວາມຊ່ວຍເຫຼືອເພື່ອໃຫ້ມີຊີວິດຜ່ານລະດູໜາວນີ້.

        ຕາມທ່ານນາງແລ້ວ, ຄາດວ່າ ມີຊາວ ອາບການິດສະຖານ ປະມານ 15.000 ຄົນເຊິ່ງ ແບກແລງ ໄດ້ເຫັນດີຮັບເອົາຍັງຢູ່ ອາບການິດສະຖານ ແລະ ພວມລໍຖ້າຍົກຍ້າຍ. ທ່ານນາງເນັ້ນໜັກວ່າ, ເລື່ອງຍົກຍ້າຍບັນດາຄົນເຫຼົ່ານັ້ນແມ່ນບຸລິມະສິດແຖວໜ້າຂອງລັດຖະບານ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ