ເຢຍລະມັນ: ທ່ານນາງ Angela Merkel ປະນິປະນອມ ເພື່ອສືບຕໍ່ຮັກສາຕຳແໜ່ງນາຍົກລັດຖະມົນຕີ

(VOVWORLD) -  ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂໍ້ຕົກລົງລະຫວ່າງ CDU/CSU ແລະ SPD ແມ່ນບັນດາຝ່າຍເຫັນດີເປັນເອກະສັນຈະຮ່ວມມືຢ່າງແໜ້ນແຟ້ນກັບ ຝຣັ່ງ ເພື່ອປັບປຸງ ແລະ ປະຕິຮູບພາກພື້ນນຳໃຊ້ສະກຸນເງິນ ເອີໂຣລວມ (Eurozone) ແບບຍືນຍົງ. 
ເຢຍລະມັນ: ທ່ານນາງ Angela Merkel ປະນິປະນອມ ເພື່ອສືບຕໍ່ຮັກສາຕຳແໜ່ງນາຍົກລັດຖະມົນຕີ - ảnh 1 ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel 

ເພື່ອບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນທີ່ລວມມີ 28 ໜ້າພາຍຫຼັງຮອບເຈລະຈາຢັ່ງຫາງສຽງຕໍ່ພັກ ປະຊາທິປະໄຕສັງຄົມ (SPD) ເພື່ອແນໃສ່ມຸ່ງໄປເຖິງບັນດາການເຈລະຈາສ້າງຕັ້ງສຳພັນທະມິດຢ່າງເປັນທາງການ, ຫົວໜ້າຂອງພັກສຳພັນທະມິດປະຊາທິປະໄຕ/ສັງຄົມກິດສະຕັງ (CDU/CSU), ທ່ານນາງ ນາຍົກລັດຖະມົນຕີ Angela Merkel ໄດ້ປະນິປະນອມ ຫຼາຍພໍສົມຄວນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ທ່ານນາງສາມາດຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີເຢຍລະມັນ ອາຍຸການທີ 4 ຢ່າງລຽນຕິດ.      

        ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂໍ້ຕົກລົງລະຫວ່າງ CDU/CSU ແລະ SPD ແມ່ນບັນດາຝ່າຍເຫັນດີເປັນເອກະສັນຈະຮ່ວມມືຢ່າງແໜ້ນແຟ້ນກັບ ຝຣັ່ງ ເພື່ອປັບປຸງ ແລະ ປະຕິຮູບພາກພື້ນນຳໃຊ້ສະກຸນເງິນ ເອີໂຣລວມ (Eurozone) ແບບຍືນຍົງ. CDU/CSU ແລະ SPD ກໍ່ເຫັນດີເປັນເອກະພາບຈະຈຳກັດເລື່ອງຮັບຊາວອົບພະຍົມໃນແຕ່ລະປີຢ່າງສູງສຸດ ແມ່ນ 220.000 ຄົນ. ບັນດາສູນສົ່ງຊາວອົບພະຍົບກັບເມືອປະເທດ ຈະໄດ້ສ້າງຕັ້ງເພື່ອແກ້ໄຂບັນດາຄຳຮຽກຮ້ອງຂອງຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ