ເຢຍລະມັນ, ຝລັ່ງ ຮຽກຮ້ອງຈົ່ງສາມັກຄີກັນເພື່ອຮັກສາສັນຕິພາບຢູ່ເອີລົບ

(VOVWORLD) -ທີ່ການພົບປະຢູ່ ມົດສະດູ ໃນວັນທີ 07 ກຸມພາ, ທ່ານປະທານາທິບໍດີ Putin ຢືນຢັນວ່າ ບໍ່ໄດ້ຢືນຢູ່ເບື້ອງຫຼັງບໍ່ວ່າການກະທຳໃດທີ່ເຮັດໃຫ້ພາກພື້ນມີຄວາມເຄັ່ງຕຶງຕື່ມອີກ.
ເຢຍລະມັນ, ຝລັ່ງ ຮຽກຮ້ອງຈົ່ງສາມັກຄີກັນເພື່ອຮັກສາສັນຕິພາບຢູ່ເອີລົບ - ảnh 1 ທ່ານປະທານາທິບໍດີ Macron ພົບປະກັບຄູ່ຕຳແໜ່ງ ຢູແກຼນ Zelenskiy
(ພາບ: AFP/TTXVN)

ທ່ານປະທານາທິບໍດີຝລັ່ງ Emmanuel Macron ໃຫ້ຮູ້ວ່າ ອາດຈະຊຸກຍູ້ບັນດາການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ກໍ່ຄື “ມາດຕະການແກ້ໄຂຕົວຈິງ ແລະ ແນ່ນອນ” ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ມົດສະກູ ແລະ ຝ່າຍຕາເວັນຕົກ. ຄຳເຫັນດັ່ງກ່າວໂດຍທ່ານປະທານາທິບໍດີ Macron ຍົກອອກມາທີ່ການປະຊຸມຖະແຫຼງຂ່າວໃນວັນທີ 08 ກຸມພາ, ພາຍຫຼັງການເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ຢູ່ Kiev.

        ທ່ານປະທານາທິບໍດີ Macron ໃຫ້ຂໍ້ສັງເກດວ່າ, ການພົບປະລະຫວ່າງທ່ານ ແລະ ຄູ່ຕຳແໜ່ງ ຢູແກຼນ Zelenskiy ພ້ອມກັບມີການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin ກ່ອນນັ້ນໜຶ່ງວັນໄດ້ສ້າງບາດກ້າວໃນຄວາມມານະພະຍາຍາມຮັບປະກັນສະຖຽນລະພາບຢູ່ພາກພື້ນ, ເຖິງວ່າຕາມທ່ານແລ້ວ ຄວາມມານະພະຍາຍາມດັ່ງກ່າວຍັງຕ້ອງເສຍເວລາຫຼາຍເດື່ອນຕື່ມອີກ. ຕາມທ່ານ Macron, ບັນດາການນຳ ລັດເຊຍ ແລະ ຢູແກຼນ ລ້ວນແຕ່ໃຫ້ຄຳໝັ້ນສັນຍາເຄົາລົບຂໍ້ຕົກລົງ Minks ໃນການແກ້ໄຂຄວາມເຄັ່ງຕຶງໃນປະຈຸບັນ. ທ່ານກໍ່ໃຫ້ຮູ້ວ່າ, ທີ່ການພົບປະຢູ່ ມົດສະດູ ໃນວັນທີ 07 ກຸມພາ, ທ່ານປະທານາທິບໍດີ Putin ຢືນຢັນວ່າ ບໍ່ໄດ້ຢືນຢູ່ເບື້ອງຫຼັງບໍ່ວ່າການກະທຳໃດທີ່ເຮັດໃຫ້ພາກພື້ນມີຄວາມເຄັ່ງຕຶງຕື່ມອີກ.

        ຕາມແຜນການ, ບັນດາການນຳຂອງ “ຮູບແບບ Normandy” ຈະພົບປະກັນໃນວັນທີ 10 ກຸມພາ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຈະໄປເຖິງ Kiev  ແລະ ມົດສະກູ ໃນລະຫວ່າງວັນທີ 14 – 15 ກຸມພາ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂວິກິດການຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ