ເຢຍລະມັນມານະພະຍາຍາມສະກັດກັ້ນຄວາມເຄັ່ງຕຶງປີນຂັ້ນໄດຢູ່ຕາເວັນອອກກາງ

(VOVWORLD) -ວັນທີ 4 ມັງກອນ, ສື່ມວນຊົນ ເຢຍລະມັນ ໄດ້ໃຫ້ຂ່າວວ່າ ລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Mass ຈະມານະພະຍາຍາມຊອກຫາບັນດາການເຈລະຈາໂດຍກົງກັບ ອີຣານ 

ເຢຍລະມັນມານະພະຍາຍາມສະກັດກັ້ນຄວາມເຄັ່ງຕຶງປີນຂັ້ນໄດຢູ່ຕາເວັນອອກກາງ - ảnh 1ທ່ານ Heiko Mass ລັດຖະມົນຕີການຕ່າງປະເທດ ເຢຍລະມັນ

ພາບ:TTXVN

ເພື່ອແນໃສ່ເຮັດໃຫ້ສະພາບຄວາມເຄັ່ງຕຶງປະຈຸບັນຢູ່ພາກພື້ນຕາເວັນອອກກາງ ຫລຸດ ລົງ ພາຍຫລັງເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ ເລັ່ງໃສ່ສະຫນາມບິນສາກົນ ແບກແດດ ຢູ່ ອີຣັກ ເມື່ອວັນທີ 3 ມັງກອນ ເຮັດໃຫ້ນາຍພົນ Qassem Soleimani ຖືກເສຍຊີວິດ. ທ່ານ Heiko Mass ຢືນຢັນວ່າ: ແບກແລງ ຈະເຮັດຈົນສຸດຄວາມສາມາດຂອງຕົນ ຢູ່ ສປຊ, ສະຫະພາບເອີລົບ ກໍ່ຄືດຳເນີນບັນດາການໂອ້ລົມສົນທະນາກັບບັນດາຄູ່ຮ່ວມມືໃນພາກພື້ນ ນັບທັງບັນດາການເຈລະຈາກັບ ອີຣານ ເພື່ອແນໃສ່ສະກັດກັ້ນໄພເຄັ່ງຕຶງອາດຈະເພີ່ມຂຶ້ນຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ