ເຢັຍລະມັນລົບລ້າງສົນທິສັນຍາແບ່ງປັນຂໍ້ມູນຂ່າວສານກັບ ອາເມລິກາ ແລະອັງກິດ
ລັດຖະມົນຕີການຕ່າງປະເທດເຢັຍລະມັນ Guido Westerwelle.
(ພາບ: AFP/TTXVN)
|
Vovworld- ເຢັຍລະມັນຖະແຫຼງປະຕິເສດສົນທິສັນຍາແບ່ງປັນຂໍ້ມູນຂ່າວສານທີ່ໄດ້ລົງນາມແຕ່ສະໄໝສົງຄາມເຢັນກັບ ອາເມລິກາ ແລະອັງກິດ, ໃນສະພາບການທີ່ອະດີດພາລາກອນ CIA Ed ward Snowden ຫາກໍເຜີຍລັບໂຄງການສອດແນມທາງເຄືອຂ່າຍອິນເຕີເນັດຂອງອາເມລິກາ, ອັນໄດ້ເຮັດໃຫ້ລັດຖະບານເຢັຍລະມັນຕ້ອງປະເຊີນໜ້າກັບກຳລັງດັນ ແລະ ຄຳຕຳໜິຕິຕຽນຈາກປະຊາຊົນ. ໃນຖະແຫຼງການເມືອ່ວັນທີ 2/8, ລັດຖະມົນຕີການຕ່າງປະເທດເຢັຍລະມັນໃຫ້ຮູ້ວ່າ ການທີ່ເຢັຍລະມັນລົບລ້າງສົນທິສັນຍາແບ່ງປັນຂໍ້ມູນຂ່າວສານກັບ ອາເມລິກາ ແລະອັງກິດແມ່ນວຽກງານທີ່ຈຳເປັນ ແລະ ແມ່ນຜົນພາຍຫຼັງທີ່ເໝາະສົມຈາກການໂຕ້ແຍ້ງໃນມໍ່ໆມານີ້ ກ່ຽວກັບບັນຫາປ້ອງກັນຄວາມລັບສ່ວນຕົວ. ສົນທິສັນຍາແບ່ງປັນຂໍ້ມູນຂ່າວສານ ລະຫວ່າງເຢັຍລະມັນກັບ ອາເມລິກາ ແລະອັງກິດ ໄດ້ຮັບການລົງນາມເມື່ອປີ 1968, ຕາມນັ້ນແລ້ວ, ໄດ້ອະນຸຍາດໃຫ້ 2 ປະເທດນີ້ ສະເໜີເຈົ້າໜ້າທີ່ເຢັຍລະມັນດຳເນີນການເຄື່ອນໄຫວຕິດຕາມຂໍ້ມູນຂ່າວ ເພື່ອປ້ອງກັນກອງທັບຂອງເຂົາເຈົ້າທີ່ຕັ້ງທັບຢູ່ເຢັຍລະມັນ.