ເຢຍລະມັນຮຽກຮ້ອງໃຫ້ອາເມລິກາພ້ອມກັນປຶກສາຫາລືກັບອີຢູກ່ຽວກັບບັນດາມາດຕະການລົງໂທດລັດເຊຍ

(VOVWORLD) -ວັນທີ 01 ສິງຫາ, ທ່ານນາງລັດຖະມົນຕີກະຊວງເສດຖະກິດເຢຍລະມັນ Brigitte Zypries ໄດ້ອອກສຽງຮຽກຮ້ອງໃຫ້ອຳນາດການປົກຄອງອາເມລິກາ ພ້ອມກັນປຶກສາຫາລືກັບສະຫະພາບເອີລົບ (ອີຢູ) ກ່ຽວກັບຜົນສະທ້ອນຂອງບັນດາຄຳສັ່ງລົງໂທດທີ່ແຂງກະດ້າງໃໝ່ ເຊິ່ງປະເທດນີ້ແນໃສ່ລັດເຊຍ

ເຢຍລະມັນຮຽກຮ້ອງໃຫ້ອາເມລິກາພ້ອມກັນປຶກສາຫາລືກັບອີຢູກ່ຽວກັບບັນດາມາດຕະການລົງໂທດລັດເຊຍ - ảnh 1  ທ່ານນາງລັດຖະມົນຕີກະຊວງເສດຖະກິດເຢຍລະມັນ Brigitte Zypries

(ພາບ: Reuters)

ພ້ອມທັງເນັ້ນໜັກວ່າ, ບັນດາບໍລິສັດຂອງເອີລົບ ຈະບໍ່ຖືກຈັດເຂົ້າໃນການລົງໂທດ. ທ່ານນາງລັດຖະມົນຕີ Zypries ເນັ້ນໜັກວ່າ, ເລື່ອງອາເມລິກາ ລົງໂທດບັນດາບໍລິສັດຂອງເອີລົບ ຫຼື ເອີ້ນວ່າບັນດາມາດຕະການລົງໂທດຢູ່ນອກຜືນແຜ່ນດິນແມ່ນບໍ່ສາມາດຮັບຮູ້ໄດ້. ທ່ານນາງ Zypries ຫວັງວ່າ, ລັດຖະບານອາເມລິກາ ຈະພ້ອມກັນເຈລະຈາກັບອີຢູ ເພື່ອສາມາດເປັນເອກະພາບບັນດາມາດຕະການແກ້ໄຂທີ່ມີປະໂຫຍດໃຫ້ທັງ 2 ຝ່າຍ. ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Sigmar Gabriel ກໍຢືນຢັນວ່າ, ຈະບໍ່ຍອມຮັບບໍ່ວ່າຄຳສັ່ງລົງໂທດໃໝ່ໃດໆຂອງອາເມລິກາ ທີ່ແນໃສ່ລັດເຊຍ ແລະ ສົ່ງຜົນສະທ້ອນເຖິງບັນດາບໍລິສັດເອີລົບ. ທ່ານໃຫ້ຂໍ້ສັງເກດວ່າ, ນະໂນບາຍລົງໂທດແມ່ນເຄື່ອງມືທີ່ບໍ່ເໝາະສົມ ແລະ ບໍ່ສົມເຫດສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ