ເຢຍລະມັນແລະກູບາຊຸກຍູ້ການພົວພັນຄູ່ຮ່ວມມື2ຝ່າຍ

ເຢຍລະມັນແລະກູບາຊຸກຍູ້ການພົວພັນຄູ່ຮ່ວມມື2ຝ່າຍ - ảnh 1
ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank – Walter Steinmeir ​ແລະ ຄູ່​ຕຳ​ແໜ່​ງ ກູ​ບາ Bruno Rodriguez Parrilla

(vovworld) –  ​ເຢຍລະ​ມັນ​ ​ແລະ ກູ​ບາ ​ເຫັນ​ດີ​ເປັນ​ເອກະສັນ​ກຽມພ້ອມຊຸກຍູ້​ການ​ພົວພັນ 2 ຝ່າຍ. ຖະ​ແຫຼ​ງການ​ນີ້​ໄດ້​ຍົກ​ອອກ​ມາ​​ພາຍຫຼັງ​ການ​ພົບ​ປະ​ຢູ່​ແບກ​ແລງ​ລະຫວ່າງ​ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank – Walter Steinmeir ​ແລະ ຄູ່​ຕຳ​ແໜ່​ງ ກູ​ບາ Bruno Rodriguez Parrilla ທີ່ພວມ​ຢ້ຽມຢາມ ​ເຢຍລະ​ມັນ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການປຶກສາ​ຫາ​ລື, ທ່ານ Steinmeir ຊົມ​ເຊີຍ​ການ​ຢ້ຽມຢາມ​ຢ່າງ​ເປັນທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກູບາ ​​ເຖິງ​ປະ​ເທດ ​ເຢຍລະ​ມັນ. ຕາມ​ທ່ານ​ແລ້ວ, ​ເຢຍລະ​ມັນ ບໍ່ພຽງ​ແຕ່​ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ກູ​ບາ ​ໃນ​ຂົງ​ເຂ​ດ​ເສດຖະກິດ, ການ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງ​​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທັງ​ຂົງ​ເຂດ​ວັດທະນະທຳອີກ​ດ້ວຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງວ່າ​ບັນດາ​ຂໍ້​ຕົກລົງ​ທີ່ 2 ຝ່າຍ​​ໄດ້ເຈລະຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ວັດທະນະທຳ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ​ນີ້. ນອກຈາກ​ບັນດາ​ບັນຫາ 2 ຝ່າຍ​ແລ້ວ, 2 ປະ​ເທດ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຢູ່ ອາ​ເມ​ລິ​ກາ ລາຕີ​ນ. ທ່ານ Steinmeir ຢັ້ງຢືນ​ວ່າ: ກູ​ບາ ສວມ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຊົມ​ເຊ​ີຍບົດ​ບາດ​ເປັນ​ກາງຂອງ ກູ​ບາ ​ໃນ​ວິວັດ​ການ​ສັນຕິພາບ​ຢູ່ Colombia, ສະ​ແດງ​ຄວາມຫວັງ​ອາດສາມາດ​ບັນລຸ​ໄດ້​ຂໍ​້ຕົກລົງ​ສັນຕິພາບ​ລະຫວ່າງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ Colombia (FARC) ​ແລະ ລັດຖະບານ Colobia ​ໃນ​ປີ​ນີ້.


ຂ່າວ/ບົດ​ອື່ນ