ເຢຍລະມັນແລະຝລັ່ງມີຂໍ້ສະເໜີລວມກ່ຽວກັບນະໂຍບາຍອຸດສາຫະກຳຢູ່ເອີລົບ

(VOVWORLD) -ເຢຍລະມັນ ແລະ ຝລັ່ງ ໄດ້ເຫັນດີກ່ຽວກັບນະໂຍບາຍອຸດສາຫະກຳໃໝ່ຂອງເອີລົບ ເພື່ອແນໃສ່ໜູນຊ່ວຍບັນດາບໍລິສັດໃນເຂດແກ່ງແຍ້ງກັບບັນດາຄູ່ຄ້າພາຍນອກ.

ເຢຍລະມັນແລະຝລັ່ງມີຂໍ້ສະເໜີລວມກ່ຽວກັບນະໂຍບາຍອຸດສາຫະກຳຢູ່ເອີລົບ - ảnh 1ທ່ານລັດຖະມົນຕີກະຊວງເສດຖະກິດຝລັ່ງ Bruno Le Maire ແລະ ຄູ່ຕ່ຳແໜ່ງເຢຍລະມັນ Peter Altmaier

(ພາບ: AFP/ TTXVN)

ນີ້ແມ່ນເນື້ອໃນ ໃນຂໍ້ສະເໜີລວມຊຶ່ງໄດ້ຖືກຍົກອອກມາໃນວັນທີ 19 ກຸມພາ, ພາຍຫຼັງການເຈລະຈາລະຫວ່າງທ່ານລັດຖະມົນຕີກະຊວງເສດຖະກິດຝລັ່ງ Bruno Le Maire ທີ່ພວມຢ້ຽມຢາມ ແບກແລງ ແລະ ຄູ່ຕ່ຳແໜ່ງເຢຍລະມັນ Peter Altmaier.

        ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານ Le Maire ໃຫ້ຮູ້ວ່າ, ພາຍຫຼັງທີ່ເຮັດວຽກມາເປັນເວລາຫຼາຍເດືອນ, 2 ຝ່າຍໄດ້ກຳນົດຍຸດທະສາດອຸດສາຫະກຳໃຫ້ແກ່ເອີລົບ ແລະ ຄາດວ່າ ຈະຍືນສະເໜີຕໍ່ບັນດາຄູ່ຮ່ວມມືຢູ່ທະວີບ. ຕາມຍຸດທະສາດດັ່ງກ່າວແລ້ວ, 2 ປະເທດສະຫະພາບເອີລົບ (EU) ຈະຊຸກຍູ້ການລົງທຶນເຂົ້າບັນດາໂຄງການປະດິດຄິດສ້າງ, ປະຕິຮູບບັນດາຫຼັກການແກ່ງແຍ້ງ ແລະ ສ້າງຕັ້ງບັນດາກົນໄກຊ່ວຍປົກປ້ອງເຕັກໂນໂລຊີໄດ້ພັດທະນາຢູ່ພາກພື້ນ.

        ນອກນັ້ນ, ເຢຍລະມັນ ແລະ ຝລັ່ງ ກໍ່ຍັງສະເໜີຈະມອບໝາຍໃຫ້ສະພາເອີລົບ ບັນດາສິດປະຕິເສດບາງຂໍ້ຕົກລົງຕ້ານສິດຜູກຂາດຂອງຄະນະກຳມະການເອີລົບ ໃນ “ບັນດາກໍລະນີຮ້ອງຟ້ອງໃດໜຶ່ງໄດ້ກຳນົດຢ່າງຈະແຈ້ງ” ທີ່ເວທີປາໄສຕາງໜ້າໃຫ້ບັນດາລັດຖະບານປະເທດ EU.

ຕອບກັບ

ຂ່າວ/ບົດ​ອື່ນ