ເຢແມນ ຮຽກຮ້ອງທູດພິເສດສະຫະປະຊາຊາດສະເໜີຂໍ້ຕົກລົງສັນຕິພາບສະບັບໃໝ່

ເຢແມນ ຮຽກຮ້ອງທູດພິເສດສະຫະປະຊາຊາດສະເໜີຂໍ້ຕົກລົງສັນຕິພາບສະບັບໃໝ່ - ảnh 1
ເຢແມນ ຮຽກຮ້ອງທູດພິເສດສະຫະປະຊາຊາດ
ສະເໜີຂໍ້ຕົກລົງສັນຕິພາບສະບັບໃໝ່
(ພາບ: AFP/ TTXVN)

(vovworld) - ​ ລັດຖະບານ​ເຊິ່ງ​ໄດ​້​ໄດ້​ຮັບ​ການ​ຮັບຮອງ​ເອົາຈາກ​ສາ​ກົນ​ຂອງ ​ເຢ​ແມນ ຫາ​ກໍ່​ຮຽກຮ້ອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ ​ເຢ​ແມນ, ທ່ານ Esmail Ould Shaikh Ahmad ຍົກ​ອອກ​ຂໍ້​ຕົກລົງ​ສັນຕິ​ພາບສະບັບ​ໃໝ່, ດ້ວຍ​ເນື້ອ​ໃນ​ແກ່ນສານ​ເຄົາ​ລົບ​ມະຕິ 2216 ຂອງ​ສະພາ​ຄວາ​ມ ໝັ້ນຄົງ​ສະຫະ​ປະຊາ​ຊາດ, ກອງ​ປະຊຸ​ມຄູ່​ຮ່ວມ​ມື​ຊົນ​ຊາດ ກໍ່​ຄື​ຂໍ້​ລິ​ເລີ່​ມສັນຕິພາບ ​ໂດຍ​ສະພາ​ຮ່ວມ​ມື​ເຂດ​ອ່າວ​ທະ​ເລ (GCC) ສະ​ເໜີ. ທ່ານ​ປະທານາທິບໍດີ ​ເຢ​ແມນ Abd Rabbo Mansour Hadi ​ແລະ ລັດຖະບານ ​ເຢ​ແມນ ​ໄດ້​ຄັດ​ຄ້ານຢ່າງ​ແຮງ​ຕໍ່ແຜນ​ຮ່າງ​ສັນຕິພາບ​ກ່ອນນັ້ນ, ​ໃນ​ນັ້ນ ຮຽກ​ຮ້ອງທ່ານ Abd Rabbo Mansour Hadi ​ແລະ ຮອງ​ປະທານາທິບໍດີ ຕ້ອງມອບສິດ​​ອຳນາດ​ໃຫ້​ຮອງ​ປະທານາທິບໍດີ​ຄົນ​ໃໝ່ ຈົນ​ຮອດ​ເວລາ​ເລືອກ​ຕັ້ງ​ໄດ້​ປະທານາທິບໍດີ​ຄົນ​ໃໝ່. ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​​ໃນ​ລັດຖະບານ ​ເຢ​ແມນ ​ໃຫ້​ຮູ້​ວ່າ: ຜູ້​ຕ່າງ​ໜ້າຈຳນວນ​ໜຶ່ງ​ໃນ​ຈຳນວນ 18 ປະ​ເທດ​ອຸປະຖຳ​ໃຫ້​ແກ່​ບັນດາ​ຮອບ​ເຈລະຈາ​ສັນຕິພາບ ​ເຢ​ແມນ ​ໄດ້​ກໍ່​ຄວາມດັນ​ບັງຄັບ​ໃຫ້ທ່ານ​ປະທານາທິບໍດີ Abd Rabbo Mansour Hadi ​ແລະ ລັດຖະບານ ​ເຢ​ແມນ ​ເຊິ່ງ​ໄດ້​ຮັບ​ການຮັບ​ຮອງຈາກ​ສາກົນ​ຕ້ອງ​ປ່ຽນ​ແປງ​ທັດສະນະ​ກ່ຽວ​ກັບ​ແຜນການ​ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ