ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ

(VOVWORLD) - ຕອນຄ່ຳວັນທີ 14 ກັນຍາ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ 
ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ - ảnh 1 ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ  (ພາບອິນເຕີແນັດ)

ເຂົ້າຮ່ວມ “ເວທີປາໄສແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຈົນຮອດປີ 2030”, ເຊິ່ງຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະເປັນ “ຈຸດມັດພົບ”, ຈັດຕັ້ງບັນດາໂຄງການຮ່ວມມືຂອງແມ່ຍິງ 3 ປະເທດ, ປະກອບສ່ວນສ້າງສາ ແລະ ປັບປຸງການພົວພັນຮ່ວມມືສາມັກຄີ, ມິດຕະພາບລະຫວ່າງແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍ ເວົ້າສະເພາະ, ລະຫວ່າງປະຊາຊົນ 3 ປະເທດເວົ້າລວມ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ - ảnh 2  ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ (ພາບອິນເຕີແນັດ)

        ຕາງໜ້າຄະນະຜູ້ແທນແມ່ຍິງ 3 ປະເທດເຂົ້າເວທີປາໄສ, ທ່ານນາງ ຫງວຽນທິທູຮ່າ, ປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ ຢືນຢັນວ່າ: ໃນໄລຍະຈະມາເຖິງ, ແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ ຈະເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ສຶກສາມູນເຊື້ອສາມັກຄີ ແລະ ແບ່ງປັນບົດຮຽນພັດທະນາຮູບແບບພົ້ນເດັ່ນກ່ຽວກັບແມ່ຍິງເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນຊຸກຍູ້ການຮ່ວມມືມິດຕະພາບ ພ້ອມກັນພັດທະນາຂອງປະຊາຊົນ 3 ປະເທດ.

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ - ảnh 3 ຄະນະຜູ້ແທນແມ່ຍິງລາວ (ພາບອິນເຕີແນັດ)
ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນຂັ້ນສູງແມ່ຍິງ ຫວຽດນາມ - ລາວ - ກຳ ປູເຈຍ - ảnh 4  ຄະນະຜູ້ແທນແມ່ຍິງກຳປູເຈຍ (ພາບອິນເຕີແນັດ)

ຕອບກັບ

ຂ່າວ/ບົດ​ອື່ນ