ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ

(VOVWORLD) - ທ່ານ ຫງວຽນວັນເນັນ ຢັ້ງຢືນວ່າ, ນະຄອນໂຮ່ຈີມິນ ປາດຖະໜາ ແລະ ພ້ອມແລ້ວທີ່ຈະສວມບົດບາດເປັນປັດໄຈຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ
ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ - ảnh 1 ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບ ທ່ານນາງ Wendy Sherman, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານນາງ Wendy Sherman, ຮອງລັດຖະມົນຕີກະຊວງກະຊວງການຕ່າງປະເທດ ອາເມລິກາ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນັນ ຢັ້ງຢືນວ່າ, ນະຄອນໂຮ່ຈີມິນ ປາດຖະໜາ ແລະ ພ້ອມແລ້ວທີ່ຈະສວມບົດບາດເປັນປັດໄຈຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ, ຜ່ານບັນດາການຮ່ວມມືຂັ້ນທ້ອງຖິ່ນ, ດ້ວຍບົດບາດເປັນສູນເສດຖະກິດຂອງທົ່ວປະເທດ. ທາງນະຄອນປາດຖະໜາ ຢາກດຶງດູດບັນດາວິສາຫະກິດ ອາເມລິກາ ມາລົງທຶນ, ພິເສດແມ່ນບັນດາຂົງເຂດບຸລິມະສິດເຊິ່ງ ອາເມລິກາ ມີທ່າແຮງຄື: ຂົງເຂດເຕັກໂນໂລຊີສູງ, ຕົວເມືອງທັນສະໄໝ, ສາທາລະນະສຸກ, ການເງິນ, ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່...

ສ່ວນທ່ານນາງ ຮອງລັດຖະມົນຕີກະຊວງກະຊວງການຕ່າງປະເທດ Wendy Sherman ຖືວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຄວນຊຸກຍູ້ຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ, ພິເສດແມ່ນໃນຂົງເຂດພະລັງງານ, ສິ່ງແວດລ້ອມ, ເຕັກໂນໂລຊີສູງ ແລະ ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ