ເລຂາຄະນະພັກນະຄອນໂຮ່ຈິມິນຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດສ.ເກົາຫຼີ

ເລຂາຄະນະພັກນະຄອນໂຮ່ຈິມິນຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດສ.ເກົາຫຼີ - ảnh 1
ເລ​ຂາ​ຄະນະ​ພັກ​ນະຄອນ​​ໂຮ່ຈິ​ມິນ
​ຕ້ອນຮັບ​ຄະນະ​ສະມາຊິກສະພາ​​ແຫ່ງຊາດ​ສ.​ເກົາຫຼີ
(ພາບ: htv)

(vovworld) – ຕອນບ່າຍ​ວັນ​ທີ 30/09, ທີ່​ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງຊາດ ສ.​ເກົາຫຼີ ທີ່ພວມ​ມີ​ການ​ຢ້ຽມຢາມ​ຫວຽດນາມ, ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ, ດ້ວຍ​ບົດບາດ​ເປັນ​ນະຄອນ​ນຳ​ໜ້າດ້ານ​ເສດຖະກິດ​ຫວຽດນາມ, ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ກາ​ນດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຍາມ​ໃດ​ນະຄອນ​ໂຮ່ຈິ​ມິນ ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດສ.​ເກົາຫຼີ ​ເຂົ້າມາ​ລົງທຶນ, ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ໃຫຍ່​ຂອງ​ນະຄອນ. ​ໃນ​ໄລ​ຍະ​ຈະ​​ມາ​ເຖິງ, ນະຄອນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ, ນັບ​ທັງ​ຄວາມ​ຕ້ອງການດຳ​ເນີນ​ຊີວິດ​ທາງ​ສາສະໜາ​ໃຫ້​ບັນດາ​ວິ​ສາ​ຫະກິດ, ພົນລະ​ເມືອງ​ສ.​ເກົາຫຼີ ມານະ​ຄອນ​ໂຮ່ຈິ​ມິນ ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ. ທ່ານ ​ເລ​ແທງ​ຫາຍ ປາດ​ຖະໜາ​ວ່າ, ສະມາຄົມ​ມິດ​ຕະພາບ​ສ.​ເກົາຫຼີ - ຫວຽດນາມ ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ, ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິ​ດຕະພາບ​ລະຫວ່າງ 2 ປະ​ເທດ, ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​​ໃຫ້ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ພວມ​ຮໍ່າ​ຮຽນ, ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່​ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ