ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ຈະ​ໄປຢ້ຽມ​ຢາມ ລັດ​ເຊຍ ​ແລະ ຢູ​ແກຼນ ໃນ​ອາ​ທິດ​ໜ້າ

(VOVWORLD) - ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ຈະພົບປະກັບປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ລັດຖະຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba ໃນວັນທີ 28 ເມສາ.
ເລ​ຂາ​ທິ​ການ​ໃຫ່​ຍ ສ​ປ​ຊ ຈະ​ໄປຢ້ຽມ​ຢາມ ລັດ​ເຊຍ ​ແລະ ຢູ​ແກຼນ ໃນ​ອາ​ທິດ​ໜ້າ - ảnh 1

 (ພາບ: THX/TTXVN)

   ວັນທີ 26 ເມສາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ຈະເດີນທາງໄປ ມົດສະກູ ເພື່ອພົບປະກັບທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ. ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ກໍ່ຈະພົບປະກັບປະທານາທິບໍດີ ລັດເຊຍ Vladimir Putin ໃນຄວາມມານະພະຍາຍາມຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ.

ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 22 ເມສາ ຕາມເວລາອາເມລິກາ, ເມື່ອຕອບຄຳຖາມຂອງບັນດານັກຂ່າວ, ທ່ານນາງ Eri Kaneko ຮອງໂຄສົກຂອງທ່ານ ເລຂາທິການໃຫ່ຍ ສປຊ ໃຫ້ຮູ້ວ່າ:

ປະຈຸບັນ, ທຸກສິ່ງທຸກຢ່າງທີ່ພວກຂ້າພະເຈົ້າບັນລຸໄດ້ໃນໂຄງການດຳເນີນງານ ແມ່ນການຮັບປະທານອາຫານທ່ຽງ-ເຮັດວຽກຂອງທ່ານເລຂາທິການໃຫ່ຍ ສປຊ ກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຫຼັງຈາກນັ້ນ ຈະເຂົ້າຮ່ວມງານລ້ຽງຂອງ ປະທານາທິບໍດີ ລັດເຊຍ Vladimir Putin . ຄືເນື້ອໃນລະບຸໃນຈົດໝາຍທີ່ທ່ານເລຂາທິການໃຫ່ຍ ສປຊ ຝາກເຖິງປະທານາທິບໍດີທັງສອງປະເທດແລ້ວ, ທ່ານຫວັງວ່າ ຈະປຶກສາຫາລືກ່ຽວກັບສິ່ງທີ່ສາມາດເຮັດໄດ້ ເພື່ອແນໃສ່ນຳມາເຊິ່ງສັນຕິພາບອັນຮີບດ່ວນໃຫ້ແກ່ ຢູແກຼນ ແລະ ອະນາຄົດຂອງລັດທິຫຼາຍຝ່າຍ, ຍ້ອນວ່າ ທັງສອງປະເທດລ້ວນແຕ່ແມ່ນສະມາຊິກກໍ່ຕັ້ງຂອງ ສປຊ.

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ກໍ່ຈະພົບປະກັບປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ Kiev ນະຄອນຫຼວງຂອງ ຢູແກຼນ ພາຍຫຼັງໄປຢ້ຽມຢາມ ລັດເຊຍ. ຖະແຫຼງການຂອງ ສປຊ ຊີ້ແຈ້ງວ່າ, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ຈະພົບປະກັບປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ລັດຖະຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba ໃນວັນທີ 28 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ