ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ - ảnh 1

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນບ່າຍວັນທີ 27/5, ຢູ່ສຳນັກງານສູນກາງພັກ ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນຫາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງ ແນວລາວສ້າງຊາດ ໂດຍທ່ານ ພັນດວງຈິດ ວົງສາ, ກຳມະການສູນກາງພັກ, ປະທານສູນກາງແນວລາວສ້າງຊາດນຳໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ພັນດວງຈິດ ວົງສາ ໄດ້ລາຍງານຕໍ່ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່ຽວກັບໝາກຜົນໃນການຮ່ວມມືລະຫວ່າງແນວ ລາວສ້າງຊາດ 2 ປະເທດກໍ່ຄືໝາກຜົນການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສູນກາງ ແນວລາວ ສ້າງຊາດ ແລະ ຢືນຢັນວ່າ: ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນ ລາວ ບັນດາເຜົ່າຈະເຮັດຈົນສຸດຄວາມສາມາດ ຂອງຕົນເພື່ອຮັກສາ, ເພີ່ມພູນຄຸນສ້າງສາຍພົວພັນພິເສດ ລາວ - ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍໝາກຜົນການເຈລະຈາ ລະຫວ່າງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສູນກາງ ແນວລາວ ສ້າງຊາດ, ຕີລາຄາສູງການຮ່ວມມື ນັບມື້ນັບມີປະສິດທິຜົນລະຫວ່າງແນວໂຮມ 2 ປະເທດ ໃນການປະກອບສ່ວນ ສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີພິເສດ ຫວຽດນາມ - ລາວ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າໃນໄລຍະຈະມາເຖິງ, ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສູນກາງແນວລາວ ສ້າງຊາດ ຈະສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນບົດຮຽນ, ຮ່ວມມືຊ່ວຍເຫຼືອກັນໃຫ້ນັບ ມື້ນັບແທດຈິງ, ມີປະສິດທິຜົນ, ຕັ້ງໜ້າຂົນຂວາຍ, ໂຄສະນາເຜີຍແຜ່ສຶກສາອົບຮົມ ໃຫ້ຄົນລຸ້ນຕ່າງໆຂອງ 2 ປະເທດກ່ຽວກັບການພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ