ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ

(VOVWORLD) -  ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກຍາມໃດກໍຖືວຽກງານບຸກຄະລາກອນໜຸ່ມ, ບຳລຸງຖັນແຖວພະນັກງານສືບທອດເປັນສຳຄັນ.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບນຳບັນດາສະມາຊິກສະພາແຫ່ງຊາດໜຸ່ມ

ຕອນບ່າຍວັນທີ 24 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ມີການພົບປະກັບສະມາຊິກສະພາແຫ່ງຊາດເກືອບ 100 ທ່ານ ໂດຍຕາງໜ້າໃຫ້ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມພວມເຂົ້າຮ່ວມກອງປະຊຸມຄັ້ງທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

        ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກຍາມໃດກໍຖືວຽກງານບຸກຄະລາກອນໜຸ່ມ, ບຳລຸງຖັນແຖວພະນັກງານສືບທອດເປັນສຳຄັນ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ສືບຕໍ່ປະກອບສ່ວນເຂົ້າໃນຮ່າງເອກະສານທີ່ສ່ອງແສງຮາກຖານຕົວຈິງ ແລະ ສະເໜີບັນດາບຸກທະລຸຍຸດທະສາດກ່ຽວກັບຮູບແບບການເຕີບໂຕ, ຄຸ້ມຄອງພາກລັດ ແລະ  ພັດທະນາແບບຍືນຍົງຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດໜຸ່ມ ຮ່ຳຮຽນຕະຫຼອດຊີວິດ, ໃກ້ຊິດຕິດແທດກັບຕົວຈິງ, ຮັບເອົາສິ່ງທີ່ຍອດຍິ່ງຂອງມວນມະນຸດ, ເປັນເຈົ້າການຄົ້ນຄວ້າຍຸດທະສາດ, ເພີ່ມທະວີລັກສະນະຄາດຄະເນ, ປະກອບສ່ວນສ້າງລະບົບກົດໝາຍໃຫ້ສົມບູນແບບ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ.

.

ຕອບກັບ

ຂ່າວ/ບົດ​ອື່ນ