ເລຂາທິການໃຫຍ່,ປະທານປະເທດລາວຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ2ຄະນະໂຄສະນາສຶກສາສູນກາງພັກ 2ປະເທດ

ເລຂາທິການໃຫຍ່,ປະທານປະເທດລາວຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ2ຄະນະໂຄສະນາສຶກສາສູນກາງພັກ 2ປະເທດ - ảnh 1
ເລຂາທິການໃຫຍ່,ປະທານປະເທດລາວຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ2ຄະນະໂຄສະນາສຶກສາສູນກາງພັກ 2ປະເທດ

(vovworld) –  ​​​​​ວັນ​ທີ 23/12, ຢູ່​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ຄະ​ນະໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ຫວໍ​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ. ນະ​ທີ່ນີ້, ທ່ານ ຫວໍ​ວັນ​ເຖືອງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ຕໍ່​ການ​ພົວ​ພັນ​ສາ​ມັ​ກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ​ໃນ​ທຸກໆ​ຂົງ​ເຂດ ແລະ ຢັ້ງ​ຢືນ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ລາວ ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ພຸນ​ຄຸນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

        ສ່ວນ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງພັກ​ຂອງ 2 ປະ​ເທດໃນ​ໄລ​ຜ່ານ​ມາ ແລະ ສະ​ເໜີ​ໃຫ້ ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງພັກ​ຂອງ 2 ປະ​ເທດສືບ​ຕໍ່ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່​ຽ​ນ​ບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ​ ພຶດ​ຕະ​ກຳ​ຕົວ​ຈິງ​ໃນ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ໃນ​ວຽກ​ງານກໍ່​ສ້າງ​ພັກ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ.


ຂ່າວ/ບົດ​ອື່ນ