ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເຄື່ອນໄຫວຢ້ຽມຢາມຢູ່ແຂວງເງ້ອານ

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເຄື່ອນໄຫວຢ້ຽມຢາມຢູ່ແຂວງເງ້ອານ - ảnh 1
ທ່ານເລຂາທິການ​ໃຫຍ່ Nguyen Phu Trong ​ແລະ ຄະນະ ​
​ເຮັດ​ວຽກ​ຢູ່​ຕາ​ແສງ ມົນ​ເຊີນ, ​ເມືອງ ກອນ​ກວງ, ​ແຂວງ ​ເງ້ອານ
(ພາບ: TTX)

(vovworld) -  ​ໃນ​ລະຫວ່າງ​ວັນ​ທີ 4-5/9, ທ່ານເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong​​ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ເຄື່ອນ​ໄຫວ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກຢູ່​ແຂວງ​ເງ້ອານ. ຕອນ​ເຊົ້າ​ວັນ​ທີ 5/9, ທ່ານເລຂາທິການ​ໃຫຍ່Nguyen Phu Trong ​ແລະ ຄະນະ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ມົນ​ເຊີນ, ​ເມືອງ ກອນ​ກວງ, ​ແຂວງ ​ເງ້ອານ; ທ່ານເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສະພາບ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ເຜົ່າ​ຢູ່​ທີ່​ນີ້. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ ຄະນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນຢູ່​ຕາ​ແສງ ມົນ​ເຊີນ, ​ເມືອງ ກອນ​ກວງ, ​ແຂວງ ​ເງ້ອານ ຈະ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທ້ອງ​ຖີ່​ນ, ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສູນ​ກາງ ​​ແລະ ຂອງ​ທ້ອງ​ຖີ່​ນ​ເປັນ​ຢ່າງ​ດີ, ສູ້​ຊົນລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ຫຼຸດຜ່ອນ​ຄວາມທຸກ​ຍາກ​, ​ເພີ່ມ​ອັດຕາ​ສ່ວນ​ຄອບຄົວ​ຮັ່ງມີ​ຕື່ມ​ອີກ, ສ້າງ​ບັນດາ​ເຂດ​ປູກຝັງ​ສະ​ເພາະ, ຕັດສິນ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່.

        ​ເມື່ອ​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 557, ທ່ານເລຂາທິການ​ໃຫຍ່ Nguyen Phu Trongຫວັງ​ວ່າ ປ້ອມ 557 ​ເວົ້າ​ສະ​ເພາະ ​ແລະ ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ເວົ້າ​ລວມສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ທັງ​ປ້ອງ​ກັນຊາ​ຍ​ແດນ, ທັງ​ປະຕິບັດ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ກັບປະ​ເທດ​ເພື່ອນ​ລາວ​ໃຫ້​ດີ, ສ້າງ​ການ​ພົວພັນ​​ທະຫານ - ປະຊາຊົນສາມັກຄີ​ໄກ້​ສິດ​ຕິດ​ພັນ, ສົມ​ກັບ​ນາມມະຍົດ​ເປັນ​ທະຫານ​ລຸງ​ໂຮ່, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຮັກ​ຂອງ​ພັກ, ລັດ ​ແລະ ປະຊາຊົນ.

 

ຂ່າວ/ບົດ​ອື່ນ