ເລຂາທິການໃຫຍ່ພັກແຮງງານ ເມັກຊີໂກ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ເມັກຊີໂກ - ຫວຽດນາມ (19/05/1975 – 19/05/2018), ວັນທີ 09 ພຶດສະພາ, ທ່ານເລຂາທິການໃຫຍ່ພັກແຮງງານ ເມັກຊີໂກ (PT) Alberto Anaya ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ເມັກຊີໂກ.
ເລຂາທິການໃຫຍ່ພັກແຮງງານ ເມັກຊີໂກ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ - ảnh 1 ເລຂາທິການໃຫຍ່ພັກແຮງງານ ເມັກຊີໂກ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ (ພາບ: ຫວຽດນາມ+)

ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ເມັກຊີໂກ ໄດ້ແລະພວມພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ, ທ່ານເລຂາທິການໃຫຍ່ Alberto Anaya ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງກ່ຽວກັບການຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງ 2 ປະເທດ. ທ່ານ Alberto Anaya ກໍ່ຍ້ອງຍໍຊົມເຊີຍຜົນງານ ຊຶ່ງປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່ ກັບການເຕີບໂຕເສດຖະກິດຢ່າງປະທັບໃຈ ແລະ ບົດບາດນັບມື້ນັບເພີ່ມຂຶ້ນໃນພາກພື້ນ ແລະ ໃນໂລກ.

        ຮ່ວມເດີນທາງໃນການຢ້ຽມຢາມສະຖານທູດ ຫວຽດນາມ ຂອງພັກ PT, ບັນດາວິສາຫະກິດ ເມັກຊີໂກ ສະແດງຄວາມປາດຖະໜາຢາກຊອກຫາບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຂົງເຂດທ່ອງທ່ຽວ, ຕ່ຳແຜ່ນຕັດຫຍິບ, ໄຟຟ້າແສງຕາເວັນ ແລະ ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ