ເລຂາທິການໃຫຍ່ສປຊຍົກສູງຄວາມໝາຍອັນໃຫຍ່ຫຼວງຂອງໄຊຊະນະຟາດຊິດ

ເລຂາທິການໃຫຍ່ສປຊຍົກສູງຄວາມໝາຍອັນໃຫຍ່ຫຼວງຂອງໄຊຊະນະຟາດຊິດ - ảnh 1
(ເລ​ຂາ​ທິ​ການ​ໃຫຍ່ Ban Ki –moon)

(​vovworld) – ວັນ​ທີ 7/5, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ Ban Ki –moon ໄດ້​ໄປ​ຍັງ ໂປ​ໂລຍ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ ຟາດ​ຊິດ, ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ​ເຊິ່ງ​ຈັດ​ຕັ້ງ​ຢູ່​ນະ​ຄອນ Gdansk. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນ​ດາ​ການ​ນຳ ແລະ ປະ​ຊາ​ຊົນ​ປະ​ເທດ​ເຈົ້າ​ພາບ​​ເຂົ້າ​ຮ່ວມ​ພິ​ທີ​ສຳ​ຄັນ​ຍິ່ງນີ້ເປັນ​ຈຳ​ນວນຫຼ​າຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Ban ki moon ຢັ້ງ​ຢື​ນ​ວ່າ: ສົງ​ຄາມ​ໂລກ​ຄັ້ງ​ທີ 2 ຍາມ​ໃດ​ກໍ່​ຕັກ​ເຕືອນ​ໃຫ້​ລຸ້ນ​ຄົນ​ໃນ​ປະ​ຈຸ​ບັນ ແລະ ລຸ້ນ​ຕໍ່ໆ​ໄປ​ກ່ຽວ​ກັບ​ບັນ​ດາ​ຄວາມ​ເຈັບ​ປວດ, ເສຍ​ຫາຍ, ​ທີ່ບໍ່​ສາ​ມາດ​ທົດ​ແທນ​ໄດ້​ໂດຍ​ສົງ​ຄາມ ແລະ ການ​ປະ​ທະ​ກັນ​ກໍ່​ຂຶ້ນ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​​ວ່າໜຶ່ງ​ໃນ​ບັນ​ດາ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ໄຊ​ນະ​ນະ​ນີ້, ນັ້ນ​ແມ່ນ​ການ​ກຳ​ເນີດ​ຂອງ ສ​ປ​ຊ, ດ້ວຍ​ຈ​ຸດ​ໝາຍ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ໃນ​ໂລກ ແລະ ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ລວມ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະ​ນຸດ.

        ພາຍຫຼັງ ໂປ​ໂລຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Ban ki moon ຈະ​ໄປ​ຢ້ຽມ​ຢາມ ຢູ​ແກຼນ, ກ່ອນ​ທີ່​ໄປ​ຍ​ັງ​ລັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ ຟາດ​ຊິດ ເຊິ່ງຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 9/5 ຈະ​ມາ​ເຖິງ​ຢູ່ ມົດ​ສ​ກູ.


ຂ່າວ/ບົດ​ອື່ນ