ເລຂາທິການໃຫຍ່ສະຫະປະຊາຊາດ ປຶກສາຫາລືສະພາບການຢູ່ຊີຣີ

ເລຂາທິການໃຫຍ່ສະຫະປະຊາຊາດ ປຶກສາຫາລືສະພາບການຢູ່ຊີຣີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາຊາ​ດ Ban Ki-Moon
(ພາບ:AP)

Vovworld-  ວັນ​ທີ 3/5, ​ໂຄສົກ​ຂອງ​ອົງການ​ສະຫະ​ປະຊາຊາ​ດ ທ່ານ Mrtin Nesirky ​ໃຫ້​ຮູ້​ວ່າ ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາຊາ​ດ Ban Ki-Moon ​ໄດ້​ພົບ​ປະ​ກັບ​ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ຂອງ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາຊາ​ດຫຼື​ເອີ້ນຫຍໍ້​ວ່າ P5 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຫຼ້າ​ສຸດ​ຢູ່​ຊີຣີ, ດ້ວຍ​ເນື້ອ​ໃນ​ກ່ຽວ​ກັບ  ບັນດາ​ບາດກ້າວ​ເດີ​ນທາງ​ການ​ທູດ​ທີ່​ສາມາດ​ປະຕິບັດ​ໄດ​້ ​ເພື່ອ​​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້ . ທີ່ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາຊາ​ດ Ban Ki-Moon ​ໄດ​້​ແຈ້ງ​ໃຫ້​ຊາບ​ກ່ຽວກັບ​ການ​ຜັນ​ແປຄັ້ງ​ຫຼ້າ​ສຸດ​ທີ່​ກ່ຽວ​ຂ້ອງ​ເຖິງ​ວຽກ​ງານ​ສືບສວນ​ການ​ນຳ​ໃຊ້​ອາວຸດ​ເຄມີ​ໃນ​ການ​ປະ​ທະ​ກັນ​ຢູ່​ຊີຣີ​ເມ​ື່ອວັນ​ທີ 19/3 ທີ່​ຜ່ານ​ມາ. ​ໃນ​ຂະນະ​ນັ້ນ, ຕາມ​ຂ່າ​ວສານ Reuters, ທ່ານ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ  Chuck Hagel ​ໄດ້​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 2/5 ວ່າ ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Obama ​ໄດ້​ຕີ​ລາ​ຄືນ​ທັດສະນະ​ເມື່ອ​ກ່ອນ​ນີ້ ຊຶ່ງ​ໄດ້​ຄັດຄ້ານ​ການ​ສະໜອງ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ