ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ມີຄຳໝັ້ນສັນຍາຢ່າງບຸກທະລຸກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ

(VOVWORLD) -ໂລກຕ້ອງຍູ້ແຮງຄວາມມານະພະຍາຍາມເພື່ອບັນລຸໄດ້ບັນດາຄຳໝັ້ນສັນຍາເຊິ່ງໄດ້ຍົກອອກມາທີ່ກອງປະຊຸມແມ່ຍິງໂລກຢູ່ ປັກກິງ ເມື່ອປີ 1995

ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ມີຄຳໝັ້ນສັນຍາຢ່າງບຸກທະລຸກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ - ảnh 1 ທ່ານເລຂາທິການໃຫຍ່ Antonio Guterres

(ພາບ: TTXVN)

ທີ່ກອງປະຊຸມແມ່ຍິງໂລກຄັ້ງທີ 4, ກອງປະຊຸມເປັນຈຸດເດັ່ນໃນຂອບເຂດສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ, ໂລກລະບາດໂຄວິດ-19 ໄດ້ຊີ້ໃຫ້ເຫັນວ່າ, ໂລກຕ້ອງຍູ້ແຮງຄວາມມານະພະຍາຍາມເພື່ອບັນລຸໄດ້ບັນດາຄຳໝັ້ນສັນຍາເຊິ່ງໄດ້ຍົກອອກມາທີ່ກອງປະຊຸມແມ່ຍິງໂລກຢູ່ ປັກກິງ ເມື່ອປີ 1995, ນັ້ນແມ່ນມອບສິດຕັດສິນໃຫ້ແກ່ແມ່ຍິງໃນທຸກບັນຫາໃຫຍ່ຂອງໂລກ, ບັນດາຄຳຕັດສິນນັ້ນມີລັກສະນະສົ່ງຜົນສະທ້ອນເຖິງຊີວິດຂອງແຕ່ລະຄົນ.

        ຜູ້ນຳໜ້າສະຫະປະຊາຊາດຫວັງວ່າ, ໂລກຈະມີການປ່ຽນແປງໃໝ່ທີ່ຕັ້ງໜ້າຫຼາຍຢ່າງກວ່າສຳລັບແມ່ຍິງ, ພຽງເຮັດຄືແນວນັ້ນ ໂຄງການດຳເນີນງານພັດທະນາແບບຍືນຍົງ 2030 ຂອງສະຫະປະຊາດ ຈຶ່ງໄດ້ຮັບການປະຕິບັດ ແລະ ມອບໂອກາດໃຫ້ແກ່ທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ