ເລຂາທິການໃຫ່ຍຫງວຽນ ຟູຈ້ອງໃຫ້ການຕ້ອນຮັບ ຮອງປະທານສະພາແຫ່ງ ລັດກູບາ


ເລຂາທິການໃຫ່ຍຫງວຽນ ຟູຈ້ອງໃຫ້ການຕ້ອນຮັບ ຮອງປະທານສະພາແຫ່ງ ລັດກູບາ - ảnh 1

(ພາບ: Trí Dũng/TTXVN)

(vovworld) –​​​​ຕອນ​ບ່າຍວັນ​ທີ 15/9, ຢູ່​ຮ່າ​ໂນ້ຍ, ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນສູງ​ພັກ​ກອມ​ມູນິດ​ກູ​ບາ ​ໂດຍ​ທ່ານ​ນາງ Lazara Mercedes Loppez Acea ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ລັດ​ກູ​ບາ, ​ເລຂາ​ຄະນະ​ພັກ​ນະຄອນ​ລາ​ຮາ​ວານ ນຳ​ໜ້າ​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຢ້ຳຄືນ​ການ​ສະໜັບສະໜູນ, ນ້ຳ​ໃຈ​ສາມັກຄີ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ວິລະ​ຊົນ​ຂອງ​ປະຊາຊົນ​ກູ​ບາ. ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ເໜີ​ສອງຝ່າຍ​ຕ້ອງ​ປັບປຸງ​ສາຍ​ພົວພັນ​ດ້ານ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ສຸມ​ໃສ່​ນຳ​ສາຍ​ພົວພັນ​ດ້ານ​ເສດຖະກິດ-​ການ​ຄ້າ, ວິທະຍາສາດ-​ເຕັກນິກ, ວັດທະນະທຳ-​ການ​ສຶກສາ​ເຂົ້າສູ່​ລວງ​ເລິກ, ຮັບ​ໃຊ້​ພາລະກິດ​ພັດ​ທະນາ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ມີ​ປະ​ສິດທິ​ຜົນ./.



ຂ່າວ/ບົດ​ອື່ນ