ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ຍົກສູງປະສິດທິຜົນໃນວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ຍົກສູງປະສິດທິຜົນໃນວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທ່ານ ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 31/3, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງຫຼວງ ໄດ້​ຈັດ​ການ​ປະ​ຊຸມປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ເນື້ອ​ໃນ: ແຜນ​ການກວດ​ກາ, ຕິດ​ຕາມກວດ​ກາ, ກະ​ຕຸກ​ຊຸກ​ຍູ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢູ່​ບາງ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ປີ 2015, ໝາກ​ຜົນ​ຄວາມ​ຄືບ​ໜ້າ​ໃນ​ການກວດ​ກາ, ພິ​ພາກ​ສາ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຄົງ​ຄ້າງ​ກ່ຽວ​ກັບ​ບາງ​ກໍ​ລະ​ນີ, ຄະ​ດີ​ໂດຍ​ຄະ​ນະ​ຊີ້​ນຳ​ຕິດ​ຕາມກວດ​ກາ, ຊີ້​ນຳ, ໝາກ​ຜົນ​ແຫ່ງ​ການກວດ​ກາ, ກຳ​ແໜ້ນ​ສະ​ພາບກ​ານ​ເຄື່ອນ​ໄຫວ​ສິນ​ເຊື່ອ​ຢູ່ ທະ​ນາ​ຄານ​ການ​ຄ້າ​ແຫ່ງ​ລັດ 4 ແຫ່ງ. ກ່​າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ ກອມ​ມູ​ນິດ ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ, ເນັ້ນ​ໜັກ​ເລື່ອງ​ຄະ​ນະ​ຊີ້​ນຳ​ການກວດ​ກາ, ຕິດ​ຕາມກວດ​ກາ, ກະ​ຕຸກ​ຊຸກ​ຍູ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ​້ລາດ​ບັງຫຼວງ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຊ່ວຍ​ຍົກ​ສຸງ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ພັກ, ອົງ​ການ​ພັກ… ແລະ ບັນ​ດາ​ຜູ້​ນຳ​ໜ້າ​ໃນ​ວຽກ​ງານ​ສະ​ກັດ​ກັ້ນ ແລະ ພິ​ເສດ​ແມ່ນ​ວຽກ​ງານ​​ຄົ້ນພົບ​, ແກ້​ໄຂ​ການ​ສໍ້​ລາດ​ບັງຫຼວງ, ປັບ​ປຸງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້າ​ນ​ການ​ສໍ້​ລາດ​ບັງຫຼວງ​ຂຶ້ນ​ກັບ​ຄວາມ​ຮັບ​ຜ​ິດ​ຊອບ​ການ​ຄຸ້ມ​ຄອງ​ລັດ ຂອງ​ທ້ອງ​ຖິ່ນ, ກະ​ຊວງ, ຂະ​ແໜງ​ການ ແລະ ພາຍ​ໃນ, ໄດ້​ຮັບ​ການຄວາມ​ເອົາ​ໃຈ​ໃສ່​ສະ​ໜັບ​ສະ​ໜູນ​​ຈາ​ກ​ປະ​ຊາ​ຊົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ, ຄະ​ດິ​ສໍ້​ລາດ​ບັງຫຼວງ​ທີ່​ສັບ​ສົນ​ຢ່າ​ງ​ເຂັ້ມ​ງວດ, ທັນ​ການ, ພິ​ເສດ​ແມ່ນ​ບັນ​ດາ​ຄະ​ດີ​ໂດຍ​ຄະ​ນະ​ຊີ້​ນຳ ຕິດ​ຕາມກວດ​ກາ, ຊີ້​ນຳ.


ຂ່າວ/ບົດ​ອື່ນ